ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳ ກັດ ສາຂາ ນະຄອນຫລວງວຽງຈັນ (ICBC) ໄດ້ຕົກລົງຮ່ວມມືການໃຫ້ບໍລິການຮັບຊຳລະການມອບພັນ ທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ. ເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະ ໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດີຈີຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນເປັນທັນສະໄໝ ແຕ່ປີ 2021-2025
![](https://kkklao.com/wp-content/uploads/2022/07/33-6.jpg)
ໃນວັນທີ 8 ກໍລະກົດ 2022 ໄດ້ມີພິທີເຊັນສັນຍາ ລະຫວ່າງທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ຊຸນເຟິ່ງເຫລີຍ ຜູ້ອຳນວຍການໃຫຍ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫລວງວຽງຈັນ, ໃຫ້ກຽດເປັນສັກຄີພະຍານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດ ຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກົມ ແລະ ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີ ງົບປະມານແຫ່ງລັດຂອງ ICBC ເປັນການພັດທະນາການເຊື່ອມຕໍ່ໂດຍກົງລະຫວ່າງ ລະບົບການຮັບຊຳລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາ ກອນ.ສຳລັບການເປີດໃຫ້ບໍລິການ ຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການ ຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ.
ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ, ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນ ທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະ ນາປັບປຸງລະບົບການຊຳລະ ຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ.
ໃນໂອກາດດັ່ງກ່າວ, ທະນາຄານ ICBC ສາຂານະຄອນ ຫລວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 77,39 ຕື້ກີບ.
Discussion about this post