ໃນຕອນເຊົ້າວັນທີ 7 ກໍລະກົດ 2022 ນີ້ ສັດຕະວະແພດ ດ່ານສາກົນແດນສະຫວັນ ໄດ້ກວດຢືດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດຫວຽດນາມ ມີເປົ້າໝາຍ ຈໍາໝ່າຍຢູ່ຕະຫລາດນະຄອນໄກສອນ ແຂວງສະຫວັນນະເຂດ.
![](https://kkklao.com/wp-content/uploads/2022/07/FB_IMG_1657524450233.jpg)
ຊິ້ນຫມູດັ່ງກ່າວ ໄດ້ຊຸກເຊື່ອງມານໍາລົດບັນທຸກຫີນກາວ ທີ່ເຂົ້າມາ ສປປ ລາວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9.724 ກິໂລ,
![](https://kkklao.com/wp-content/uploads/2022/07/FB_IMG_1657524452267.jpg)
ດັ່ງນັ້ນໃນວັນທີ 9 ກໍລະກົດ 2022 ນີ້,ຢູ່ບ້ານແດນສະຫວັນ ກໍ່ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດ,ໂຮຍປູນຂາວ,ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ.
![](https://kkklao.com/wp-content/uploads/2022/07/FB_IMG_1657524454073-1.jpg)
Discussion about this post