ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

ກຂຄ ລາວ by ກຂຄ ລາວ
ເດືອນກໍລະກົດ 11, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກົມກົງສູນ ກະຊວງການຕ່າງປະເທດ ໄດ້ອອກແຈ້ງການມາຍັງບັນດາທ່ານຊາບ ວ່າ: ປັດຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄຳຮ້ອງຂໍໜັງສືຜ່ານແດນເປັນຈຳນວນຫລາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບ ແລະ ສະຖານທີ່ຢູ່ກົມກົງສູນ; ຄຽງຄູ່ກັນນັ້ນ ຍັງເກີດຄວາມແອອັດ, ບໍ່ເປັນລະບຽບຮຽບຮ້ອຍ ແລະ ບັນຫາຫຍໍ້ທໍ້ຕ່າງໆ ເກີດຂຶ້ນຢ່າງຫລວງຫລາຍ.

ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ທັງເປັນການປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ, ຄ່າກິນຢູ່ພັກເຊົາ ຂອງຜູ້ທີ່ມາຈາກຕ່າງແຂວງ, ກົມກົງສູນ ຈຶ່ງໄດ້ກຳນົດລະບຽບການຍື່ນຄຳຮ້ອງສະເໜີຂໍໜັງສືຜ່ານແດນ ດັ່ງນີ້: ສໍາລັບຜູ້ທີ່ອາໄສ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໃກ້ຄຽງ(ອີງຕາມສໍາມະໂນຄົວ) ແມ່ນໃຫ້ຍື່ນຄໍາຮ້ອງຢູ່ກົມກົງສູນ ກະຊວງການຕ່າງປະເທດ, ສ່ວນຜູ້ທີ່ອາໄສ ຢູ່ຕ່າງແຂວງ (ອີງຕາມສຳມະ ໂນຄົວ) ແມ່ນໃຫ້ຍື່ນຄໍາຮ້ອງ ຢູ່ສູນຮັບຄໍາຮ້ອງຂໍໜັງສືຜ່ານແດນ ຂອງກົມກົງສູນ ປະຈຳຢູ່ແຂວງທີ່ຕົນອາໄສຢູ່ ຫລື ແຂວງໃກ້ຄຽງ ທີ່ເຫັນວ່າມີຄວາມສະດວກ ຊຶ່ງມີຢູ່ 6 ແຂວງ ດັ່ງນີ້:

ແຂວງ ອຸດົມໄຊ

ແຂວງ ໄຊຍະບູລີ

ແຂວງ ຊຽງຂວາງ

ແຂວງ ຄຳມ່ວນ

ແຂວງ ສະຫວັນນະເຂດ

ແຂວງ ຈຳປາສັກ

ແຕ່ໃນກໍລະນີ ມີຄວາມຈຳເປັນອັນຮີບດ່ວນ ເປັນຕົ້ນ ເຈັບເປັນ, ໄປປິ່ນປົວສຸຂະພາບ ຢູ່ຕ່າງ ປະເທດ ຫລື ຄວາມຈຳເປັນອື່ນ ທີ່ມີຫລັກຖານຢັ້ງຢືນຖືກຕ້ອງ ກໍສາມາດມາຍື່ນຢູ່ກົມກົງສູນ ທີ່ນະ ຄອນຫລວງວຽງຈັນ ໂດຍກົງ. ລະບຽບການດັ່ງກ່າວນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ.

ShareTweetShare
Next Post
ທຳລາຍຊີ້ນໝູ 9.724 ກິໂລ ທີ່ນຳເຂົ້າແບບຜິດກົດໝາຍຈາກຫວຽດນາມ.

ທຳລາຍຊີ້ນໝູ 9.724 ກິໂລ ທີ່ນຳເຂົ້າແບບຜິດກົດໝາຍຈາກຫວຽດນາມ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...