ຈາກຜູ້ໃຊ້ເຟສບຸກຊື່ Vilaisan Viengluang ໄດ້ໂພສວ່າ: ເບິ່ງເອົາເດີ້ນີ້ພວກເຈົ້າເອີຍ ລົດຄັນນີ້ຄົນເກັບເງິນກັບແອັດລົດເຊີ່ງຂ້ອຍມາແຕ່ສະຫວັນນະເຂດມື້ວານນີ້ຕອນ 10:00 ໂມງເຊົ້າ ຢາກໄດ້ເຮົາຂີ່ລົດເພີ່ນຍາດເຄື່ອງຍາດຂອງເທັກແຄດີໆຂ້ອຍກະໄປຊື້ປີ້ລົດຢູ່ຫ້ອງການຄີວສະຫວັນ
ເພີ່ນບໍ່ໄລ່ລູກຂ້ອຍຍັງນ້ອຍນັ່ງບ່ອນດຽວກັບແມ່ ທີ່ປີ້ລົດສີແດງໆແມ່ນຊື້ຢູ່ຄີວ ຊື້ແລ້ວກະມາຂື້ນລົດເຂົາກະກວດປີ້ຈົບດີຈັ່ງອອກລົດ ພໍມານຳທາງລົດແລ່ນກາຍເຊໂນມາແຖບນອກໆແລ້ວ. ພັດມາຂາຍປີ້ລົດໂຕໜັງສືສີຟ້າຂາດໃຫ້ວ່າລູກຂ້ອຍຕ້ອງໄດ້ຊື້ປີ້ລົດ. ຂ້ອຍກະບອກວ່າຊື້ລະເດ້ມາແຕ່ຄີວເພີ່ນບໍ່ໄລ່ລູກຂ້ອຍ
ແຕ່ເຂົາບໍ່ຍອມຂ້ອຍເລີຍຖາມວ່າຊິໄລ່ນຳທໍ່ໃດຜູ້ນ້ອຍເຄີ່ງຄ່າໄດ້ບໍ່ ທີ່ແລກຜູ້ຍິງຄົນເກັບເງິນວ່າ 110 000 ກີບ ແຕ່ບາດແອັດລົດມາເກັບ ພັດວ່າ. 130 000 ກີບ ລາຄາດຽວກັບຜູ້ໃຫ່ຍ
ຂ້ອຍກະຈ່າຍຕາມນັ້ນມານຳທາງບໍ່ເຄີຍຮູ້ເຄີຍເຫັນເດີ້ແອັດລົດໄລ່ຂ້ອຍເກັບຂີ້ເຫຍື້ອເອງມ້ຽນລົງໄປຖີ້ມເອງບາດລົງລົດ ຄັນຂອງຂ້ອຍຈະບໍ່ວ່າດອກຂອງຄົນອື່ນຮາກໃສ່ມາໄລ່ຂ້ອຍເກັບ ລົງລົດມາແລ້ວເພີ່ນຍັງມາຖາມຄ່າເຂົ້າຂ້ອຍເຄີ່ງເປົາປຸຍ 50 000 ກີບ ລວມແລ້ວເສຍເງີນ 310,000 ກີບ
ຄັນບໍ່ມີເສຍເຂົາໄລ່ລົງລົດແທ້ໆເວົ້ານຳຄົນໂດຍສານກະບໍ່ມ່ວນຄົນເປັນລົມເປັນວີນບັກຫລາຍໆຍັດຄົນເຕັມຕັ່ງເສີມທໍ່ໃດກະບໍ່ພໍປານຂັງໝູຄັນຕັ່ງໃຜຕັ່ງມັນກະບໍ່ວ່າດອກເສຍເງີນຈ່າຍຊື້ປີ້ກະຢາກນັ່ງບ່ອນດີລະໃຜກະດາຍ ຝາກໄວ້ໃຫ້ຄິດຂ້ອຍກະລູກໂຊເຟີລົດໂດຍສານຄືກັນ
ທີ່ມາ
Discussion about this post