ຜູ້ຂັບຂີ່ລົດຈັກ ທີ່ຖືກລົດກະບະ ເລກທະບຽນ ກກ 6385 ໄຊຍະບູລີ ( ປ້າຍເຫລືອງ ) ຕຳໃນເວລາ 21:00 ໂມງ ຂອງຄືນວັນທີ 8 ກໍລະກົດ 2022 ທີ່ບ້ານໂນນຄໍ້ ເສຍຊີວິດແລ້ວ, ປັດຈຸບັນ ຍັງຕິດຕາມຈັບຄົນຕຳຍັງບໍ່ທັນໄດ້.
![](https://kkklao.com/wp-content/uploads/2022/07/FB_IMG_1657381840137-485x1024.jpg)
ຜູ້ເສຍຊີວິດຊື່ທ້າວ ຊຽງວັນ ອາຍຸ 46 ປີ, ກຳມະກອນບ້ານນາເຄີນ ເມືອງນານ ແຂວງຫລວງພະບາງ, ທາງສະມາຄົມ ແລະ ຄອບຄົວໄດ້ນຳສົບ ໄປບຳເບັນຢູ່ທີ່ວັດດອນກອຍ ເມືອງສີສັດຕະນາກ, ເນື່ອງຈາກວ່າຄອບຄົວຜູ້ກ່ຽວມີຄວາມຂາດເຂີນ ເມຍຂອງຜູ້ເສຍຊີວິດ
![](https://kkklao.com/wp-content/uploads/2022/07/FB_IMG_1657381841963.jpg)
ຈິ່ງຂໍຄວາມຊ່ວຍເຫລືອ ໄປຍັງສະມາຄົມຊ່ວຍເຫລືອ ແລະ ບັນເທົາທຸກ ນະຄອນຫລວງວຽງຈັນ ເປັນເຈົ້າພາບຈັດງານສົບ, ຖ້າທ່ານໃດມີຄວາມຕ້ອງການຊ່ວຍເຫລືອຄອບຄົວນີ້ ຍັງຕິດຕໍ່ໄປຍັງສາມາຄົມເລີຍ.
![](https://kkklao.com/wp-content/uploads/2022/07/FB_IMG_1657381843918-681x1024.jpg)
ສຳລັບຜູ້ຕຳໄດ້ເອົາຕົວຫລົບຫນີຫລັງເກີດເຫດ ແລະ ຍັງບໍ່ທັນສາມາດຈັບຕົວໄດ້;
![](https://kkklao.com/wp-content/uploads/2022/07/FB_IMG_1657381846205.jpg)
ຖ້າທ່ານໃດພົບເຫັນບຸກຄົນພາຍໃນພາບນີ້ ໃຫ້ແຈ້ງດ່ວນ ຂໍຂອບໃຈ.
Discussion about this post