ຕາມຂ່າວຈາກ ຊິນຮວາ ຂອງຈີນ ,ວັນທີ8 ກໍລະກົດນີ້, ກະຊວງ ການຄ້າ ມຽນມາ ເປີດເຜີຍວ່າ: ມູນຄ່າການ ນຳເຂົ້າ ແລະ ສົ່ງອອກ ຂອງມຽນມາ ເພີ່ມ ຂຶ້ນ18,19% ເມື່ອທຽບໃສ່ ປີຕໍ່ປີ ຄິດເປັນ 7,62ຕື້ໂດລາ ສະຫະລັດ ໃນໄຕມາດ ທຳອິດ ຂອງປີ ງົບປະມານ 2022-2023.
![](https://kkklao.com/wp-content/uploads/2022/07/FB_IMG_1657349413583.jpg)
ສຳລັບ ການສົ່ງອອກ ຂອງມຽນມາ ແຕ່ວັນທີ1 ເມສາ ຫາ24 ມິຖຸນາ ເພີ່ມຂຶ້ນ 18,34 ຈາກປີກາຍ.
ຂະນະທີ່ ການນຳເຂົ້າ ເພີ່ມຂຶ້ນ 18,04% ເຖິງວ່າ ສະພາບລວມ ການຄ້າ ຈະເພີ່ມຂຶ້ນ ແຕ່ການຄ້າ ບໍລິເວນ ຊາຍແດນ ມຽນມາ ຫລຸດລົງ15,54%ເມື່ອທຽບໃສ່ ປີກາຍ ຫລາຍກວ່າ 1,7ຕື້ໂດລາ ສະຫະລັດ ທ່າມກາງ ການແພ່ລະບາດ ໂຄວິດ-19 ສາຍພັນໃໝ່.
![](https://kkklao.com/wp-content/uploads/2022/07/asia.nikkei-1024x576.jpg)
ການຄ້າ ຂອງມຽນມາ ກັບຕ່າງປະເທດ ສ່ວນໃຫຍ່ ຜ່ານເສັ້ນທາງ ຂົນສົ່ງ ທາງກຳປັ່ນ ໃນການຄ້າ ຕາມຊາຍແດນ ກັບປະເທດໃກ້ຄຽງເຊັ່ນ: ຈີນ,ໄທ,ບັງກລາເທດ ແລະ ອິນເດຍ ໂດຍສິນຄ້າ ສົ່ງອອກ ສ່ວນໃຫຍ່ ໄດ້ແກ່ ສິນຄ້າ ກະສິກຳ,ຜະລິດຕະພັນ ຈາກສັດ,ການປະມົງ,ແຮ່ທາດ ແລະ ຜະລິດຕະພັດ ຈາກປ່າ,ສິນຄ້າ ປະດິດ ແລະ ອື່ນໆ.
![](https://kkklao.com/wp-content/uploads/2022/07/Myanmar2.jpg)
ສຳລັບສິນຄ້າ ນຳເຂົ້າ ໄດ້ແກ່ ຊັບສິນທຶນ,ສິນຄ້າ ຊັ້ນກາງ ແລະ ສິນຄ້າ ບໍລິໂພກ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
Discussion about this post