ຂໍ1ຄວາມເມດຕາຊ່ວຍກົດແຊຣ໌ຊ່ວຍເຫຼືອດ້ວຍເທີດຫົວອົກຜູ້ເປັນແມ່ໃຜແນ່ສິເຂົ້າໃຈ ຮູ້ຢູ່ວ່າຕ້ອງຕາຍ ແຕ່ກໍ່ຢາກຂໍມີຊີວິດແລະລົມຫາຍໃຈນຳລູກດົນໆ
ນາງຄູນສີ ຜົວຊື່ທ້າວອຸ່ນເຮືອນ ມີລູກສອງຄົນ ຄົນໃຫຍ່ອາຍຸ3ປີປາຍ ສ່ວນຄົນນ້ອຍແມ່ນຫາກໍ່ເກີດ ດ້ວຍແມ່ເປັນໂລກຄໍກີນເລືອດໃນຂະນະຖືພາຢູ່ດີດີກໍ່ມີອາການກຳເລີ້ມ ແລະຕ້ອງຊ່ວຍລູກນ້ອຍຕ້ອງໄດ້ຜ່າຕັດເອົາລູກນ້ອຍອອກມາແຕ່ທ້ອງແມ່ພຽງ7ເດືອນ ແຕ່ລູກກະບໍ່ແຂງແຮງຫົວໃຈມີບັນຫາ ສ່ວນແມ່ໂຄມ້າຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ

.

ຕອນນີ້ນາງຄູນສີ ໄດ້ນອນຕິດເຄື່ອງຊ່ວຍຫາຍໃຈເປັນເວລາ49ວັນແລ້ວ ແລຕິດໜີ້ຄ່າໂຮງໝໍ ເກືອບ40ລ້ານແລ້ວ ແຕ່ໂຊກດີທີ່ເພີ່ນໃຫ້ຕີດແລະຊ່ວຍເຫຼືອຫຼາຍດ້ານ ໃນໂຮງໝໍມະໂຫສົດ ICU ເພີ່ນກໍ່ຊ່ວຍຄອບຄົວນີ້ ເປັນຢ່າງດີ ສ່ວນພໍ່ທັງປົວແມ່ທັງສີເບີ່ງລູກ ຕອນນີ້ພໍ່ກະເຮັດວຽກບໍ່ປົກກະຕິເພາະຕ້ອງດູແລທັງລູກນ້ອຍສອງຄົນພ້ອມເມຍທີ່ປ່ວຍຢູ່ ຄອບຄົວກະບໍ່ມີ ແຕ່ກໍ່ຢາກເຮັດທຸກວິທີທາງເພື່ອເມຍນັ້ນຈະໄດ້ມີຊີວີດຕໍ່ ບາງເທື່ອກໍ່ທໍ້ຢາກເອົາເມຍກັບບ້ານ ແຕ່ເມຍກໍ່ຍັງບໍ່ຢາກຕາຍທຸກມື້ນີ້ຢູ່ໄດ້ເພາະເຄື່ອງຊ່ວຍຊ່ວຍຫາຍໃຈກັບຢາ

ຖ້າປົດເຄື່ອງຊ່ວຍນັ້ນກໍ່ຫມາຍຄວາມວ່າຕາຍຢ່າງດຽວທັງທີ່ລາວກໍ່ຍັງເໜັງຕີງໄດ້ເວົ້າໄດ້ລົມໄດ້ຕ່າງແຕ່ຕ້ອງໃສ່ເຄື່ອງຊ່ວຍເນື່ອງຈາກເຈາະຄໍ ສະນັ້ນລາວຈະໄດ້ຢູ່ເເບບນີ້ອີກດົນຈົນກ່ວາຈະຫາຍໃຈເອງໄດ້
ສະນັ້ນຈື່ງຂໍຄວາມເຫັນໃຈຊ່ວຍຄອບຄົວລາວດ້ວຍເທີດ ທຸກມື້ນີ້ໝໍໄດ້ຊ່ວຍອອກເງີນກັນຊື້ເຂົ້າໃຫ້ກີນ ເເພັມເພີດກະອາໃສເລາະຂໍເລາະຢືມນຳຕຽງຂ້າງຫຼືຄົນແຖວນັ້ນ ໃຜມີກໍ່ຊ່ວຍເຂົາເຈົ້າດ້ວຍເຖີດ ເຖືງບໍ່ຊ່ວຍເງີນຄຳກະຊ່ວຍເປັນອາຫານການກີນແລະເພັມເພີດ ເພື່ອຕໍ່ລົມໃຫ້ໃຈຫນ່ອຍ1ກໍ່ຖືວ່າບຸນມະຫາສານຂອງຄົນທີ່ຢາກສູ້ຕໍ່ເພື່ອລູກສອງຄົນແລ້ວ

ສາມາດບໍລິຈາກໃນການຊ່ວຍເຫຼືອຜ່ານບັນຊີ
THE ASS OCIATION OF ASSISTANCE AND RELIEF VIENTIANE CAPITAL
010 12 00 01940404 001

ສຳລັບທ່ານໃດມີໃຈປະສົງຊ່ວຍກໍ່ສາມາດໄປບໍລິຈາກໄດ້ທີ່ຫ້ອງICU ໂຮງໝໍມະໂຫສົດ
ຕຽງເບີ06
ໂທລະສັບ02096117110
ຫຼືສອບຖາມຂໍ້ມູນທາງສະມາຄົມ ທີ່ເລກໂທລະສັບ
020 55508987
020 54000089
ຂໍ1 ແຊຣ໌ ສຳລັບເປີດການມອງເຫັນຊ່ວຍຊີວີດເຂົາເຈົ້າດ້ວຍ

.

.

.

Discussion about this post