ເຕືອນໄພ! ພາກັນລະວັງແນ່ເດີ້! ເຫດໂຈນທຸບແວ່ນລົດໃນພື້ນທີ່ສາທາລະນະ ສຳລັບໃຜທີ່ໄປອອກກຳລັງກາຍແລ້ວບໍ່ມີຄົນເຝົ້າລົດ ເຮັດໃຫ້ຕ້ອງໄດ້ຈອດລົດປະມ້ຽນ, ເຊິ່ງຜູ້ໃຊ້ເຟຈບຸກເພິ່ນໄດ້ໂພອຸທາຫອນເຕືອນເຊິ່ງມີເນື້ອໃນວ່າ:
![](https://kkklao.com/wp-content/uploads/2022/07/FB_IMG_1657184985426-768x1024.jpg)
ອຸທາຫອນ ໃຫ້ກັບທຸກຄົນທີ່ມາອອກກໍາລັງກາຍຢູ່ບຶງທາດຫຼວງເດີ້, ໂຈນທຸບແວ່ນລົດ ຄົນມາແລ່ນຢູ່ນີ້ບອກບໍ່ແມ່ນຄັນທໍາອິດວ່າຊັ້ນ, ເຈິຫຼາຍຄັນແລ້ວ ທັງລົດຈັກ ແລະ ລົດໃຫຍ່.
ຖ້າຫຼາຍຈັ່ງຊີ້ຊິພາກັນແກ້ຈັ່ງໃດດີ? ສັງຄົມຄືເລີ່ມຢູ່ຍາກຂຶ້ນ, ໃຫ້ມີສະຕິນໍາກັນເດີ້.
![](https://kkklao.com/wp-content/uploads/2022/07/FB_IMG_1657184280879-1024x769.jpg)
ຈຸດເກີດເຫດ: ບຶງທາດຫຼວງ, ນະຄອນຫຼວງວຽງຈັນ
Cr. Jiap Phommathep (ຂໍອະນຸຍາດເຈົ້າຂອງໂພສ)
Discussion about this post