ທ່ານ ບໍລິສ ຈອນສັນ (Boris Johnson) ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເນື່ອງຈາກມີແຮງກົດດັນມາຕະຫຼອດ 24 ຊົ່ວໂມງ ຈຶ່ງໄດ້ປະກາດລາອອກ ພ້ອມກັບເຈົ້າໜ້າທີ່ອາວຸໂສລະດັບສູງຫຼາຍກວ່າ 40 ຄົນ.
![](https://kkklao.com/wp-content/uploads/2022/07/Boris_Johnson_official_portrait_cropped.jpg)
ໃນວັນທີ 7 ກໍລະກົດ 2022 ອ້າງອີງຈາກ ບຣູມເບີກ ລາຍງານວ່າ: ທ່ານ ບໍລິສ ຈອນສັນ (Boris Johnson) ນາຍົກລັດຖະມົນຕີຂອງອັງກິດປະກາດລາອອກຈາກຕຳແໜ່ງແລ້ວ ຫຼັງຈາກມີລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງລາອອກ, ຢ່າງໃດກໍຕາມ ລາວກໍຍັງເຮັດໜ້າທີ່ຮັກສາການຈົນຮອດເດືອນ ຕຸລານີ້.
![](https://kkklao.com/wp-content/uploads/2022/07/107085303-gettyimages-1241730376-AA_06072022_789914.jpg)
ເຊິ່ງໃນຂະນະນີ້ ມີທີມລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງຂອງຈອນສັນ ພົບວ່າ ລັດຖະມົນຕີທີ່ລາອອກປະກອບມີ: Rishi Sunak ລັດຖະມົນຕີກະຊວງການເງິນ, Sajid Javid ລັດຖະມົນຕີກະຊວງສາທາລະນະສຸກ, Brandon Lewis ເລຂາທິການໄອແລນເໜືອ, Simon Hart ລັດຖະມົນຕີເວວສ ແລະ Michelle Donelan ເລຂານຸການສຶກສາ.
![](https://kkklao.com/wp-content/uploads/2022/07/AP22144334816605.jpg)
CR: laopost
Discussion about this post