ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.
![](https://kkklao.com/wp-content/uploads/2022/07/Screenshot_20220707-113942-1024x638.jpg)
ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ແຈ້ງການເຖິງ ທ່ານ ອັກຄະຣາດຊະທູດໄທທີ່ປຶກສາ (ຝ່າຍການຄ້າ) ປະຈໍານະຄອນຫຼວງວຽງຈັນ ເລື່ອງ: ການນໍາພືດກະທ່ອມ (ໃບ ສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າມາຈໍາຫນ່າຍໃນ ສປປ ລາວ ໂດຍອີງຕາມ
- ກົດຫມາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ, ລົງວັນທີ 21
ທັນວາ 2011; - ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006;
- ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ, ລົງວັນທີ 04 ມັງກອນ 2005;
- ຫນັງສືສະເຫນີຈາກສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ, ສະຖານເອກອັກຄະຣາຊະທູດໄທ ປະຈໍາ ນະຄອນຫຼວງວຽງຈັນ, ລົງວັນທີ 6 ມິຖຸນາ 2022.
![](https://kkklao.com/wp-content/uploads/2022/07/1338456-img.v1plct.ncsu_.jpg)
ໄຟດັ່ງນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ຄົ້ນຄວ້າ ແລະ ຂໍແຈ້ງມາຍັງທ່ານໄດ້ຮັບຊາບວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າ ມາຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດຫມາຍທີ່ໄດ້ກໍານົດອອກ,
![](https://kkklao.com/wp-content/uploads/2022/07/1b0e3053676f4e7bb3e0e788a9c29224.jpg)
ເນື່ອງຈາກວ່າຜະລິດຕະພັນທີ່ ໄດ້ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດ ຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພິຈາລະນາຕາມທາງຄວນດ້ວຍ.
![](https://kkklao.com/wp-content/uploads/2022/07/FB_IMG_1657168765430-784x1024.jpg)
Discussion about this post