ເກີດເຫດສອງອ້າຍ-ນ້ອງໃຊ້ມີດໄລ່ແທງກັນຢູ່ບ້ານກາດ ເມືອງຍອດອູ ແຂວງຜົ້ງສາລີ ຍ້ອນບໍ່ພໍໃຈ ແລະ ຂັດແຍ່ງເລື່ອງການແບ່ງມູນ ມໍລະດົກ ເຮັດໃຫ້ຜູ້ເປັນອ້າຍຊື່ທ້າວ ແສງຄໍາ ອາຍຸ 37 ປີ ເສຍຊີວິດຄາທີ່.
![](https://kkklao.com/wp-content/uploads/2022/07/4-3-1.jpg)
ເຈົ້າໜ້າທີ່ ປກສ ເມືອງຍອດອູ ເປີດເຜີຍວ່າ: ໃນວັນທີ 20 ເມສາ ຜ່ານມາ, ໄດ້ເກີດມີເຫດຄາດຕະກໍາລະຫວ່າງສອງອ້າຍ-ນ້ອງໃຊ້ມີດໄລ່ແທງກັນຄາເຮືອນຢູ່ເຂດບ້ານກາດ
![](https://kkklao.com/wp-content/uploads/2022/07/2-3-1.jpg)
ຈຶ່ງໄດ້ນໍາກໍາລັງເຂົ້າສົມທົບກັບເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ເກີດເຫດພົບ ເຫັນທ້າວ ແສງຄໍາ (ຜູ້ເປັນອ້າຍ) ອາຍຸ 37 ປີ ຢູ່ບ້ານກາດ ນອນເສຍຊີວິດຢູ່ຂ້າງເຮືອນຂອງຜູ້ກ່ຽວ ແລະ ຂະນະດຽວກັນ,
![](https://kkklao.com/wp-content/uploads/2022/07/3-4-1.jpg)
ເຈົ້າໜ້າທີ່ ຍັງໄດ້ນໍາກໍາລັງຊອກນໍາຈັບຕົວຜູ້ຖືກຫາ ຊື່ທ້າວ ກອງແກ້ວ (ເປັນນ້ອງຂອງຜູ້ເສຍຊີວິດ) ມາສືບ ສວນ-ສອບ ສວນຫາສາເຫດ ແລະ ແຮງຈູງໃຈໃນຄັ້ງນີ້.
![](https://kkklao.com/wp-content/uploads/2022/07/FB_IMG_1657161049199.jpg)
ຜ່ານການສອບສວນ, ທ້າວ ກອງແກ້ວ (ຜູ້ກໍ່ເຫດ) ຮັບສາລະພາບວ່າ: ໄດ້ລົງມືຄາດຕະກຳຜູ້ເປັນອ້າຍແທ້ ໂດຍການນໍາໃຊ້ມີດແທ່ງໃສ່ບໍລິເວນທ້ອງ 1 ບາດ ແລະ ຟັນໃສ່ຫຼັງ 3 ບາດ, ສ່ວນສາເຫດການຄາດຕະກຳ
![](https://kkklao.com/wp-content/uploads/2022/07/FB_IMG_1657161051033.jpg)
ແມ່ນຍ້ອນຜ່ານມາເຄີຍມີຂໍ້ຂັດແຍ້ງກັນມາກ່ອນ ເລື່ອງການແບ່ງມູນມໍລະດົກຂອງພໍ່-ແມ່; ຫຼັງຈາກນັ້ນມາ, ພວກກ່ຽວທັງສອງກໍເກີດມີປາກສຽງ ແລະ ຜິດຖຽງກັນຕະຫຼອດມາ; ນອກນັ້ນ, ໃນມື້ເກີດເຫດພວກກ່ຽວກໍຍັງມີປາກສຽງກັນຢູ່ ເຮັດໃຫ້ຜູ້ກ່ຽວ ເກີດຄວາມໂມໂຫໃຈຮ້າຍ ຈຶ່ງໄດ້ຈັບເອົາມີດໄລ່ແທງ ແລະ ຟັນໃສ່ຜູ້ເປັນອ້າຍຈົນເສຍຊີວິດ.
ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຍອດອູ ຈຶ່ງໄດ້ນຳຕົວ ທ້າວ ກອງແກ້ວ (ຜູ້ຄາດ ຕະກຳ) ມາທຳແຜນປະກອບຄຳສາລະພາບ ໃນວັນທີ 1 ກໍລະກົດ 2022 ແລະ
![](https://kkklao.com/wp-content/uploads/2022/07/FB_IMG_1657161052858.jpg)
ພາຍຫຼັງທີ່ໄດ້ທໍາແຜນປະກອບຄຳສາລະພາບແລ້ວ ແມ່ນໄດ້ນຳຕົວທ້າວ ກອງແກ້ວ ສົ່ງໃຫ້ພະແນກສືບ ສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຜົ້ງສາລີ
ເພື່ອສືບຕໍ່ສະຫຼຸຸບສຳນວນ-ສໍາເນົາຄະດີສົ່ງໃຫ້ອົງການໄອຍະການແຂວງດຳເນີນຄະດີຕາມລະບຽບກົດໝາຍ.
![](https://kkklao.com/wp-content/uploads/2022/07/1-5-1.jpg)
ຂ່າວ : ຄວາມສະຫງົບ
Discussion about this post