ຍ້ອນເສດຖະກິດທົ່ວໂລກພວມຖົດຖອຍ ແລະ ກາຍເປັນບັນຫາຊໍ້າເຮື້ອ, ກິດຈະກຳຕ່າງໆທາງທຸລະກິດຫຼຸດລົງ, ການຫວ່າງງານເພີ່ມຂື້ນ, ວັດຖຸດິບຂາດແຄນ, ຄວາມຫຍຸ້ງຍາກໃນການຮັບປະກັນຄວາມໝັ້ນຄົງຕ່າງໆ ແມ່ນຮ້າຍແຮງຂື້ນເລື້ອຍໆ.
![](https://kkklao.com/wp-content/uploads/2022/07/5973453.jpg)
ນອກນີ້ເຢຍລະມັນຍັງຕ້ອງຮັບມືກັບວິກິດການພະລັງງານທີ່ຂາດຢ່າງໜັກເຊິ່ງເປັນສາເຫດໃຫ້ ນາຍົກລັດຖະມົນຕີຂອງເຢັຍລະມັນອອກມາປະກາດຕໍ່ປະຊາຊົນວ່າໃຫ້ພ້ອມກັນປະຢັດໃນການນຳໃຊ້ພະລັງງານທຸສະນິດໃຫ້ໄດ້ຫຼາຍທີ່ສຸດໂດຍເລີ່ມຕົ້ນດ້ວຍການຫລຸດຜ່ອນການອາບນໍ້າອຸ່ນ ກ່ອນຈະຮອດລະດູໜາວທີ່ຈະມາເຖິງນີ້ເພາະມັນຈະເປັນຊ່ວງໄລຍະເວລາທີ່ຍາກທີ່ສຸດຂອງເຢຍລະມັນ.
ແຕ່ເຖິງຢ່າງໃດກະຕາມສະຖານະການຮ້າຍແຮງທີ່ສຸດແມ່ນຍັງບໍ່ທັນມາຮອດ ເນື່ອງຈາກບັນດາບໍລິສັດພະລັງງານຕ່າງໆ ກໍາລັງຄ່ອຍໆ ປັບລາຄາຂຶ້ນ ເຮັດໃຫ້ເຢຍລະມັນຕົກຢູ່ໃນສະຖານະການທີ່ບໍ່ເຄີຍມີມາກ່ອນໃນເລື່ອງຂອງວິກິດການອາຍແກັສທໍາມະຊາດ ສ່ວນກໍລະນີທີ່ຮ້າຍແຮງທີ່ສຸດ ບາງບໍລິສັດອາດຈໍາເປັນຕ້ອງຢຸດເຊົາການຜະລິດ
ພະນັກງານຈະຖືກຍົກເລີກການຈ້າງງານ ປະຊາຊົນຈະເປັນໜີ້ ແລະ ທຸກຍາກ.
![](https://kkklao.com/wp-content/uploads/2022/07/hot-shower.jpg)
ມັນສະແດງໃຫ້ເຫັນວ່າວິກິດການຂອງເສດຖະກິດໂລກໃນຄັ້ງນີ້ມັນບໍ່ແມ່ນເກີດແຕ່ໃນ ສປປ ລາວ ເຮົາທີພົບກັບບັນຫາການຂາດແຄນພະລັງງານ ແລະ ໄພເງິນເຟີ້ ມັນເປັນກັບທຸກປະເທດ.
ຂໍ້ມູນແຫຼ່ງຂ່າວ: ຂ່າວເດັ່ນ Top News ແລະ medialao
Discussion about this post