ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 18, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊາວພຸດຈຳນວນຫລາຍ ເດີນທາງໄປທຳບຸນທີ່ເມືອງລັບແລ ບ້ານນາກະຕຶບ ເມືອງຫີນບູນ ແຂວງຄຳມ່ວນ.

ກຂຄ ລາວ by ກຂຄ ລາວ
ເດືອນມັງກອນ 21, 2021
in ທົ່ວໄປ
0
Home ທົ່ວໄປ

ເຊີນເດີເຊີນຊົມເຊີນສຳຜັດ ປະຫວັດສາດຄວາມເປັນມາເກືອບ 600 ປີ “ວັດຄີຣີວົງກົດ ຕັ້ງຢູ່ບ້ານນາ (ນາກະຕຶບ) ເມືອງຄູຄຳກາຍນໍ້າທອນປະມານ 10 ກິໂລແມດ, ລ້ຽວເຂົ້າທາງເຂື່ອນໄຟຟ້າທົ່ງລົມໄປວັດຜາຄວກ ຜານາງລຽງ ທາງບ້ານຖໍ້າງູໃຫຍ່” ເທິງເສັ້ນທາງສາຍ13 ຂອງໃຕ້ ແຂວງຄໍາມ່ວນ ສ.ປ.ປ.ລາວ

(1) ເມືອງຮ້າງແຫ່ງນີ້ໃນອະດີດ ຢ້ອນເວລາໄປ ປະມານ 450 ປີ ແລະ ໃນເມື່ອກ່ອນມີນາມວ່າ ອາຣັນຣົຈນາ(ອາຣັນຣົດຈະນາ) ແປວ່າ ເມືອງທີ່ມີປ່າໄມ້ງົດງາມເໝືອນແຕ່ງແຕ້ມໄວ້.

(2) ໃນເມື່ອກ່ອນມີ 13 ໝູ່ບ້ານແລະມີ 13 ວັດ ທີ່ອ້ອມຮອບໄປດ້ວຍພູຜາອັນວິຈິດຕະການຕາ ມີເນື້ອທີ່ທັງໝົດປະມານ 15 ກິໂລແມັດມົນທົນ, ເໝືອນໃນນິຍາຍ ທີ່ຢູ່ອີກຟາກໜຶ່ງຂອງໂລກມະນຸດ ຈົນຄົນພາກັນກ່າວຂານວ່າ ເປັນເມືອງລັບແລ.

(3) ສະຖານທີ່ດັ່ງກ່າວຕັ້ງຢູ່ເຂດບ້ານນາ(ກະຕຶບບ້ານນາ) ເມືອງຄູນຄຳ ແຂວງຄຳມ່ວນ, ມີທາງເຂົ້າທາງດຽວຄືຕ້ອງຍ່າງລອດຖໍ້າໃຕ້ພູເຂົ້າໄປປະມານ45ນາທີຕ້ອງມີໄຟສາຍທີ່ຮັບປະກັນຄວາມສະຫວາງເພາະຂ້າງໃນຖ້ຳມີຫີນຫນາມຫນໍ່ແລະລະດັບສູງຕໍ່າຕ່າງກັນ.

(4) ຄົນທີ່ມາອາໄສຢູ່ໃນສະຖານທີ່ແຫ່ງນີ້ ເມື່ອກ່ອນແມ່ນອົບພະຍົບມາຈາກວຽງຈັນ ນຳໂດຍພະຍາຊຽງສາ ຄາວສະໄໝພ່າຍເສິກສະຫຍາມຮຸກຮານວຽງຈັນ ໄດ້ມາຕັ້ງເມືອງຫລົບລີ້ໃນພູແຫ່ງນີ້ ເພື່ອຊ້ອງສຸມກຳລັງຫວັງຈະສູ້ຄືນ ແຕ່ໃນທີ່ສຸດ ສະຫຍາມກໍຄົ້ນຫາຈົນພົບ ຈິ່ງໄດ້ບຸກເຂົ້າມາທຳລາຍ ເຫລືອໄວ້ແຕ່ຮ່ອງຮອຍຄວາມຈະເລີນທີ່ເປັນວັດອັນຖືກສ້າງດ້ວຍດິນຈີ່, ວັດດັ່ງກ່າວນີ້ ກໍບໍ່ຮູ້ວ່າມີຊື່ດັ້ງເດີມວ່າແນວໃດ ແຕ່ເມື່ອປະມານສອງສາມປີນີ້ ໄດ້ມີຄູບາອາຈານນຳພາສ້າງສາພັດທະນາຟື້ນຟູ ຈິ່ງໄດ້ໃສ່ຊື່ວັດນີ້ວ່າ ວັດອາຣັນຍາຄີຣີວົງກົດບັບພະຕາຣາມ.

(5) ໃນເຂດທີ່ມີພູຜາອ້ອມຮອບນີ້ ຍັງມີປະຊາຊົນຫລົງເຫລືອຢູ່ 11 ຄອບຄົວ ປະມານ 50 ຄົນ ເປັນຜູ້ອາໄສຢູ່ທີ່ນີ້ມາດົນນານ ຈົນຄົນທົ່ວໄປກ່າວຂານວ່າ ເປັນຊາວເມືອງລັບແລ.

(7) ສິ່ງທີ່ປະຫວັດສາດໄດ້ປະຮອງຮອຍເອົາໄວ້ກໍ່ຄື ສະໄໝເຈົ້າອະນຸວົງ ວິລະກະສັດຜູ້ກ້າຫານຂອງຄົນລາວໄດ້ສູ້ຮົບກັບສະຫຍາມ ພາທັບເຂົ້າໃນຖໍ້າແຫ່ງນີ້ ທະຫານສະຫຍາມຫຼົງກົນເຂົ້າໄປໃນຖໍ້າ ເຖິງລະຫວ່າງກາງປະມານ 800 ແມັດ

ມີຖໍ້າເປັນຮອງນ້ອຍກວ່າທຸກບ່ອນ ແລ້ວທາງໃນກໍ່ເປັນຖໍ້າໃຫຍ່ຄືເກົ່າທະຫານສະຫຍາມຈິ່ງຄິດວ່າພະເຈົ້າອະນຸວົງ ຄົງຈະລີ້ຢູ່ທາງໃນ ແລະ ບໍ່ມີທາງອອກໄປທາງໃດອີກແລ້ວ ຈິ່ງລະດົມທະຫານຂົນກ້ອນຫີນໄປອັດ ແລ້ວເກນເອົາໝາກເຜັດແຫ້ງໄປຈູດອູດແຕ່ເຈົ້າອະນຸວົງໄດ້ອອກໄປທາງຮູຖໍ້າສອດ ແລະ ຕັ້ງຖານທັບຢູ່ທີ່ນັ້ນ ເມື່ອພະອົງເຫັນວ່າເປັນພູມມິປະເທດເມືອງເກົ່າ ຈິ່ງສັ່ງໃຫ້ທະຫານພັກເຊົ່າ ເພາະທີ່ນັ້ນມີກະຕຶບ (ສິມໃຫຍ່) ຢູ່ເຖິງ 13 ແຫ່ງ (ສິມນ້ອຍ 12).

(8) ທຸກວັນຂື້ນ 15 ຄໍ່າ ເດືອນ 04 ຂອງທຸກປີ ຈະໄດ້ມີການຈັດງານວັດເພື່ອທຳບຸນໃສ່ບາດເພື່ອລະນຶກ ແລະ ເປັນສິຣີມົງຄຸນແກ່ວັດແຫ່ງນີ້, ອີງຕາມການບອກເລົ່າຂອງຊາວບ້ານ ເພິ່ນບອກວ່າວັດແຫ່ງນີ້ສືບທອດລຸ້ນຕໍ່ລຸ້ນມາເກືອບ 600 ປີແລ້ວ.

(9) ວັດຄີຣີວົງກົດ ເປັນວັດທີ່ມີຄວາມຮົ່ມເຢັນດ້ວຍຕົ້ນໄມ້ນ້ອຍໃຫຍ່ຢ່າງຫຼວງຫຼາຍ ມີທັງຕົ້ນໝາກຍົມປ່າທີ່ມີຄວາມໃຫຍ່ເຖິງ 5-6 ອຸ້ມ, ເໝາະແກ່ການທຳສະມາທິ ແລະ ທຸດົງ ສຳຫຼັບຜູ້ທີ່ຕ້ອງການສະແຫວງບຸນ ແລະ ທັມ, ວັດແຫ່ງນີ້ໄດ້ມີເຈົ້າສັດທານຳເອົາໄຟຟ້າໂຊລາເຊວ ເຂົ້າເພື່ອອຳນວຍຄວາມສະດວກເລັກນ້ອຍ.

(10) ສະພາບການເດີນທາງດ້ວຍເຮືອຈາກບ້ານທ່ານາຂື້ນໄປອີກປະມານ 20 ນາທີ ຈະພົບບ້ານນາຄົກ, ຢູ່ກໍ້າຊ້າຍມື ແລະ ກໍ້າຂວາມືຈະເປັນຜາສູງຊັນແຫງນຄໍຕັ້ງບ່າ ແລະ ຍ່າງຈາກທ່ານໍ້າໄປຕາມຕີນຜາປະມານ 20 ນາທີກໍ່ຈະພົບປາກຖໍ້າກວ້າງໃຫຍ່ ມີນໍ້າຢູ່ເປັນຍ່ານ ມີພື້ນກວ້າງປະມານ 20-30 ແມັດຄວາມສູງ 30 ຫາ 50-70 ແມັດ, ເປັນຮູບຖໍ້າຫີນສວຍງາມ ຄືຍ່າງຢູ່ໃນພະລາຊະວັງ ແລະ ຍ່າງແຕ່ປາກຖໍ້າເບື້ອງນີ້ ໄປເຖິງປາກຖໍ້າເບື້ອງນັ້ນ 30 ນາທີພໍດີ ( ໄປຍາມເດືອນ 03 ລຸຍນໍ້າ 09 ຍ່ານ ) ບ່ອນເລິກກວ່າເພິ່ນພຽງກົກຂາ ທັງເຢັນທັງໃສ.

(11) ຍັງບໍ່ໄດ້ມີການພັດທະນາເລື່ອງພື້ນຖານໂຄງລ່າງ ຍັງເປັນເມືອງລັບແລຢູ່ ເດີນທາງຜ່ານປ່າ ຜ່ານນໍ້າ ຜ່ານຖໍ້າ ແລະ ເປັນຂົງເຂດຮັກສາເປັນມໍລະດົກອາຊຽນ ຕິດພັນກັບການສະເໜີຫີນໜາມໜໍ່ເປັນມໍລະດົກໂລກ ຖັດຈາກທົ່ງໃຫຫີນຕາມວາລະ.
18 ມັງກອນ 2021.

ຂອບໃຈຂ່າວຈາກ :​ ຊີວິດນີ້ນ້ອຍນັກ ນ້ອຍນັກຊີວິດນີ້ .

ShareTweetShare
Next Post
ຂໍ1ຄວາມເມດຕາຊ່ວຍກົດແຊຣ໌ຊ່ວຍເຫຼືອດ້ວຍເທີດ ຫົວອົກຜູ້ເປັນແມ່ ໃຜແນ່ສິເຂົ້າໃຈ ຮູ້ຢູ່ວ່າຕ້ອງຕາຍ ແຕ່ກໍ່ຢາກຂໍມີຊີວິດແລະລົມຫາຍໃຈນຳລູກດົນໆ

ຂໍ1ຄວາມເມດຕາຊ່ວຍກົດແຊຣ໌ຊ່ວຍເຫຼືອດ້ວຍເທີດ ຫົວອົກຜູ້ເປັນແມ່ ໃຜແນ່ສິເຂົ້າໃຈ ຮູ້ຢູ່ວ່າຕ້ອງຕາຍ ແຕ່ກໍ່ຢາກຂໍມີຊີວິດແລະລົມຫາຍໃຈນຳລູກດົນໆ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...