RIP ຂໍໃຫ້ໄປສູ່ພົບພູມທີ່ດີເດີ, ໃນເວລາ 14:40 ໂມງຂອງວັນທີ 27 ມີຖຸນາ 2022 ຜ່ານມາ ເກີດເຫດ ລົດໃຫຍ່ (ລົດຕູ້) ຕຳລົດຈັກ ຢູ່ສາມແຍກ ເຂດບ້ານລຳມະລາດ ເສັ້ນທາງເລກທີ 13 ໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ.
![](https://kkklao.com/wp-content/uploads/2022/07/1-5.jpg)
ດັ່ງນັ້ນພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ລົງກວດສະຖານທີ່ເກີດເຫດພົບວ່າ ຄົນຂີ່ລົດຈັກເສຍຊິວິດຄາທີ່ 1 ຄົນ ( ສັນຊາດຫວຽດນາມ ) ຈາກນັ້ນ ເຈົ້າໜ້າທີ່ ກັກຕົວ ທ້າວ ເຄນຫມັ້ນ ອາຍຸ 27 ປີ, ບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມທັງເຂົ້າກວດຄົ້ນລົດ ພົບເຫັນ ກັ ນ ຊາ ອັດແທ່ງ ຈຳນວນ 5 ເປົາ ເທົ່າກັບ 101 ກິໂລ ທີ່ຊຸກເຊື່ອງໄວ້ທີ່ລຸ່ມເບາະນັ່ງຂອງລົດ.ຜ່ານການສອບສວນ ຜູ້ຖືກຫາສາລະພາບວ່າ ກັ ນ ຊາ ຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້. ເຈົ້າຫນ້າທີ່ໄດ້ແຈ້ງ 2 ຂໍ້ກ່າວຫາ ຄະດີອຸບັດຕິເຫດ ແລະ ຢ າ ເ ສ ບ ຕ ິ ດ.
![](https://kkklao.com/wp-content/uploads/2022/07/2-6.jpg)
RIP ລົດຂົນ ກັ ນ ຊາ ຕຳຄົນຂັບລົດຈັກ ເສຍຊີວິດ 1 ເປັນຄົນຫວຽດນາມ.
![](https://kkklao.com/wp-content/uploads/2022/07/3-5.jpg)
Discussion about this post