ໃຫ້ປິດບໍລິການຊົ່ວຄາວ ບັນດາຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານຄາຣາໂອເກະໃນຊ່ວງ ໄລຍະທີ່ມີການສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃນທົ່ວແຂວງ.
ວັນທີ 6 ກໍລະກົດ 2022 ນີ້ ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການ ໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາ ແລະ ແຈ້ງປີດຊົ່ວຄາວ ບັນດາຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານຄ້າ ລາໂອເກະ ໃນຂອບເຂດຄວາມຮັບຜິດຊອບຂອງແຂວງ ແລະ ພາຍໃນເມືອງຂອງຕົນ ແມ່ນໃຫ້ປີດບໍລິການ ຊົ່ວຄາວ ໃນວັນທີ 8/7/ 2012 ແລະ ວັນທີ 16 /7/ 2022 ,
![](http://kkklao.com/wp-content/uploads/2022/07/post.jpg)
ເພື່ອຫລີກລ່ຽງບໍ່ໃຫ້ນັກຮຽນ ມ.4 ແລະ ມ.7 ທີ່ຈະສອບເສັງຈົບຊັ້ນສົກຮຽນ 2021 – 2022, ຄັ້ງວັນທີ 6-8/7/2002 ( ຊັ້ນ ມ.4 ) ແລະ ວັນທີ 1416/7/2002 ( ຊັ້ນ ມ.7 ) ຕັ້ງກຸມກັນເຂົ້າຮ້ານກິນດື່ມ, ຊຸມແຊວຊະຊາຍ, ພ້ອມທັງຕິດຕາມສະພາບການຢ່າງ ໃກ້ຊິດເພື່ອປ້ອງກັນບັນຫາທີ່ອາດຈະເກີດຂຶ້ນເປັນຕົ້ນ:
ອຸບັດຕິເຫດ, ການທະເລາະວິວາດ, ຕິກັນ ແລະ ເກີດ ປະກົດການຫຍໍ້ທໍ້ຕ່າງໆ ໃນບັ້ນສອບເສັງຈົບຊັ້ນ ສົກຮຽນ ປີ 2021-2022. ໝາຍເຫດ: ຖ້າຫາກຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານຄາລາໂອເກະ ຮ້ານໃດທີ່ບໍ່ປະຕິບັດຕາມ ແຈ້ງ ການ ຫຼື ພາກສ່ວນທີ່ກ່ຽວຂ້ອງລົງແນະນໍາ ແມ່ນໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ.
![](https://kkklao.com/wp-content/uploads/2022/07/66.png)
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ໃຫ້ ໄດ້ຮັບຜົນດີ.
![](https://kkklao.com/wp-content/uploads/2022/07/56-719x1024.jpg)
Discussion about this post