ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປັດໄຈທີ່ພາໃຫ້ເກີດມີອຸບັດຕິເຫດເທິງທາງດ່ວນມີຫຍັງແດ່?

ກຂຄ ລາວ by ກຂຄ ລາວ
ເດືອນທັນວາ 29, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສາເຫດການເກີດອຸບັດຕິເຫດແມ່ນປາສະຈາກປັດໄຈ 3 ຢ່າງນີ້ບໍ່ໄດ້ ກໍຄື ຄົນ, ລົດ ແລະ ຫົນທາງ.

1. ປັດໄຈຈາກຄົນ
ຄົນໃນນີ້ແມ່ນໝາຍເຖິງ ຜູ້ຂັບລົດ, ຜູ້ຍ່າງຕາມທາງ ແລະ ຜູ້ຂີ່ລົດ, ຜູ້ທີ່ມີການເຄື່ອນໄຫວໃນທາງຈາລະຈອນ. ຄົນແມ່ນປັດໄຈສຳຄັນທີ່ສຸດທີ່ພາໃຫ້ເກີດອຸບັດຕິເຫດ, ອີງຕາມສະຖິຕິທັງພາຍໃນ ແລະ ຕ່າງປະເທດສະແດງໃຫ້ເຫັນວ່າ,ອຸບັດຕິເຫດ ທີ່ເກີດຂຶ້ນຫຼາຍກວ່າ 70% ແມ່ນມີສາເຫດຍ້ອນ ຄົນ, ຍິ່ງໄປກວ່ານັ້ນ ອຸບັດຕິເຫດເທິງທາງດ່ວນທີ່ເກີດຂຶ້ນຍ້ອນຄົນກວມເອົາຫຼາຍກວ່າ 95%.

ໃນນັ້ນເນື່ອງມາຈາກສາເຫດທີ່ຜູ້ຂັບລົດເຂົ້າໃຈຜິດ, ບໍ່ລະມັດລະວັງ ແລະ ຂັບລົດຜິດກົດ ຈາລະຈອນ ແລະ ສາເຫດອື່ນໆ. ອີງຕາມສະຖິຕິ ອຸບັດຕິເຫດ 80% ແມ່ນຍ້ອນຜູ້ຂັບລົດເຮັດຜິດກົດລະບຽບຈາລະຈອນ 4 ກໍລະນີເປັນຕົ້ນຕໍ ຄື: ຂັບລົດໄວເກີນກຳນົດ, ກິນເຫຼົ້າແລ້ວຂັບລົດ, ບັນທຸກເກີນນ້ຳໜັກ ແລະ ຄົນຂັບອິດເມື່ອຍ..

2. ປັດໄຈຈາກລົດ
ອີງຕາມສະຖິຕິທັງພາຍໃນ ແລະ ຕ່າງປະເທດສະແດງໃຫ້ເຫັນວ່າ, ສາເຫດການ ເກີດອຸບັດຕິເຫດທີ່ມີປັດໄຈມາຈາກລົດນັ້ນ , ໃນປະເທດພັດທະນາກວມເອົາ 5%, ສ່ວນໃນປະເທດດ້ອຍພັດທະນາກວມເອົາ 10%. ປັດໄຈທີ່ສ້າງຜົນກະທົບດ້ານຄວາມປອດໄພມີຄື ພວງມະໄລ, ເບກ, ລໍ້ລົດ ແລະ ຢາງລົດ, ແສງໄຟ, ແກລົດ ແລະ ອາໄຫຼ່ອື່ນໆ.

3. ປັດໄຈທີ່ມາຈາກຫົນທາງ ຫົນທາງແມ່ນປັດໄຈທີ່ຂາດບໍ່ໄດ້ໃນການຮັບປະກັນຄວາມປອດໄພຂອງການສັນຈອນ , ໂຄງລ່າງ ຂອງຫົນທາງນັ້ນເໝາະສົມໃນການນຳໃຊ້ຕົວຈິງ ຫຼື ຖືກຕາມວິທະຍາສາດຫຼືບໍ່ນັ້ນ , ກໍໄດ້ ສົ່ງຜົນສະທ້ອນໃຫ້ແກ່ຄວາມປອດໄພຂອງການຈາລະຈອນທັງທາງກົງ ແລະທາງອ້ອມ, ຍິ່ງໄປກວ່ານັ້ນແມ່ນພາໃຫ້ເກີດອຸປະຕິເຫດ.

ຕາມສະຖິຕິຂອງຈີນ ສະແດງໃຫ້ເຫັນວ່າ, ອຸບັດຕິເຫດທີ່ເກີດຂຶ້ນໂດຍກົງຈາກປັດໄຈເສັ້ນທາງກວມເອົາ 10%, ແລະ ມີອຸບັດຕິເຫດຈຳນວນຫຼາຍທີ່ກ່ຽວຂ້ອງກັບປັດໄຈທາງອ້ອມ, ເຊິ່ງປັດໄຈຂອງທາງລວມມີ: ເງື່ອນໄຂຂອງຫົນທາງ ແລະ ສະພາບແວດລ້ອມຂອງຫົນທາງ.

“ພວກເຮົາສາມາດຫຼີກລ່ຽງອຸບັດຕິເຫດໄດ້,
ເອົາຄວາມປອດໄພມາໄວ້ເປັນສິ່ງທຳອິດ,
ກັບຮອດເຮືອນຊ້ານາທີໜຶ່ງ, ດີກວ່າບໍ່ມີໂອກາດກັບບ້ານຕະຫຼອດຊີວິດ”

ShareTweetShare
Next Post
ອຸທາຫອນ! ເດັກນ້ອຍຫຼິ້ນຢາງບ້ວງພັນກັບຝ້າຍຜູກແຂນຈົນກິ່ວແລະບວມເປັນບາດແຜ

ອຸທາຫອນ! ເດັກນ້ອຍຫຼິ້ນຢາງບ້ວງພັນກັບຝ້າຍຜູກແຂນຈົນກິ່ວແລະບວມເປັນບາດແຜ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...