ຂ່າວລາຍງານວ່າໃນເວລາ 18:00ໂມງ ຂອງວັນທີ 27 ມິຖຸນາ 22022 ໄດ້ມີຄົນງານໃນອາຄານໃກ້ຄຽງໄດ້ເຫັນລົດ 18 ລໍ້ມາຈອດຖີ້ມໄວ້ພ້ອມທັງໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອດັງມາຈາກພາຍໃນລົດ ເມື່ອເຂົ້າໄປເບີ່ງໄດ້ພົບເຫັນຜູ້ເຄາະຮ້າຍເປັນແຮງງານຕ່າງຊາດ
ທີ່ອັດແໜ້ນກັນຢູ່ພາຍໃນລົດ ຈື່ງໄດ້ແຈ້ງໄປຍັງເຈົ້າໜ້າທີ່ຕຳຫຼວດມາກວດສອບ ຈື່ງພົບວ່າພາຍໃນລົດມີຜູ້ເສຍຊີວິດ 46 ຄົນ ແລະ ບາດເຈັບ 16 ຄົນຕ້ອງນຳສົ່ງໂຮງໝໍ ຈາກການສອບສວນພົບວ່າລົດ 18 ລໍ້ຄັນດັ່ງກ່າວບັນທຸກແຮງງານເຖື່ອນທີ່ລັກລອບເຂົ້າປະເທດສະຫະລັດແບບຜິດກົດໝາຍ ສ່ວນສາເຫດການເສຍຊີວິດ
ແມ່ນອາດມາຈາກການຂາດອາກາດຫາຍໃຈເນື່ອງຈາກມື້ນັ້ນອາກາດຮ້ອນຈັດເຖິງ 40 ອົງສາ ເມືອງຊານອັນໂຕນິໂອ ຢູ່ໃກ້ກັບພົມແດນສະຫະລັດອາເມລິກາກັບແມັກຊິໂກ ມັກມີການຄ້າມະນຸດ ແລະ ຂົນສົ່ງແຮງງານເຖື່ອນເຂົ້າສະຫະລັດອາເມລິກາຕະຫຼອດ
ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ
Discussion about this post