ໃນທີ່ສຸດເຮົາກໍ່ມີມື້ນີ້ ມື້ທີ່ພາກພູມໃຈທີ່ສຸດ ຂ້ອຍຕັດສິນໃຈແຕ່ງງານ ໃຊ້ຊີວິດຄູ່ ໃນປີ2010 ຕອນຂ້ອຍອາຍຸ 23ປີ ແລະ ສາມີອາຍຸ29ປີ
ຕອນນັ້ນສອງຄົນເຮົາບໍ່ມີຫຍັງເລີຍ ຂ້ອຍຍັງຕ້ອງອາໃສຢູ່ນໍາແມ່ເກາະແມ່ກິນ ສາມີເປັນພະນັກງານບໍລິສັດເອກະຊົນແຫ່ງນື່ງ
![](https://kkklao.com/wp-content/uploads/2022/06/2-42-768x1024.jpg)
ຄໍາວ່າ ຕ້ອງມີບ້ານ ມີລົດ ນະຕອນນັ້ນ ຂ້ອຍຍັງຄິດບໍ່ເຫັນຫົນທາງເລີຍ ຍ້ອນຄໍານຶງຈາກລາຍໄດ້ເຮົາແລ້ວ ຄິດວ່າຊາດນີ້ຄືຊິໄດ້ເກາະອາໃສຢູ່ນໍາແມ່ໄປຈົນຕາຍ
ແຕ່ສອງເຮົາກໍ່ພະຍາຍາມສ້າງຕົວ ດິ້ນລົນ ຊອກວິທີທໍາມາຄ້າຂາຍ ເລີ່ມຈາກການໄປປູສາດຂາຍສີ້ນຢູ່ເດີ່ນທາດຫລວງ ເຊົ່າຄ່າເດີ່ນມື້ລະ50,000₭ ສາມີໄປການກັບມາຕອນແລງພາເມຍໄປຂາຍເຄື່ອງຕໍ່ ບໍ່ເຄີຍຈົ່ມວ່າເມື່ອຍເລີຍ ແລະນັ້ນຄືຈຸດເລີ່ມຕົ້ນໃນການຫາເງິນຂອງເຮົາ
![](https://kkklao.com/wp-content/uploads/2022/06/3-39-907x1024.jpg)
ຍ້ອນຄວາມຮັກ ຄວາມອົດທົນ ພະຍາຍາມ ຕັ້ງໃຈ ຊື່ສັດ ແລະ ປະຢັດ ອົດອອມ ເຮັດໃຫ້ເວລາຜ່ານໄປ 5ປີ ຫລັງແຕ່ງງານ ເຮົາມີຄວາມສາມາດທ້ອນເງິນ ມາຊື້ດິນຕອນນີ້ໄວ້ໄດ້ ຕອນນັ້ນພູມໃຈຫລາຍ ທີ່ສາມາດຊື້ດິນເນື້ອທີ່ 15*20 ໄດ້ຈາກນໍ້າພັກນໍ້າແຮງຂອງສອງເຮົາ
ຈາກນັ້ນຜ່ານໄປອີກ 5ປີ ເຮົາກໍ່ທ້ອນເງິນໄດ້ຕື່ມ ຈຶ່ງເລີ່ມກໍ່ສ້າງບ້ານ ຈົນສໍາເລັດໄດ້ ໃຊ້ເວລາກໍ່ສ້າງທັງຫມົດ2ປີ ( ຄ່ອຍເຮັດໄປ ຫາເງິນໄປນໍາ)
![](https://kkklao.com/wp-content/uploads/2022/06/1-48-1024x768.jpg)
ເຮົາສອງຄົນໃຊ້ເວລາສ້າງສານໍາກັນມາຮອດເກືອບ 12ປີຈື່ງສາມາດ ມີບ້ານ ມີລົດ ດັ່ງທີ່ເຮົາໄຝ່ຝັນ ແລະໃນມື້ນີ້ ຝັນຂອງເຮົາກໍ່ກາຍເປັນຈິງ ຂ້ອຍມາຂຽນເລື່ອງລາວນີ້ ໄວ້ເພື່ອບາງທີຄົນທີ່ໄດ້ເຂົ້າມາອ່ານ
ຈະມີກໍາລັງໃຈໃນການລຸກຂຶ້ນມາສູ້ ເຖິງແມ່ນວ່າທຸກຄົນຈະມີຕົ້ນທຶນຊີວິດທີ່ບໍ່ເທົ່າກັນ ແຕ່ຂ້ອຍເຊື່ອວ່າ ຖ້າຫາກເຮົາຍັງມີຄວາມຫວັງຄວາມຕັ້ງໃຈ ພະຍາຍາມ ອົດທົນແລ້ວ ຕ້ອງມີມື້ນຶ່ງທີ່ເຮົາໄປເຖິງຝັນແນ່ນອນ
![](https://kkklao.com/wp-content/uploads/2022/06/4-22-1024x768.jpg)
ຂອບໃຈທຸກຄົນທີ່ເສຍສະລະເວລາ ອ່ານຈົນຈົບເດີ້ ອອກແບບ ກໍ່ສ້າງ-ຕົບແຕ່ງພາຍໃນໂດຍ ເອັດວີ ຕົບແຕ່ງພາຍໃນ-ເຟີນິເຈີບິວອິນ 020 55623222 – 020 52525223 ປຶກສາເພິ່ນໄດ້ເດີ້
Discussion about this post