ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2022 ນີ້ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດງານແຂ່ງຂັນກິລາແລ່ນມາຣາທອນ ສາມຫລ່ຽມຄຳ ຄັ້ງທີ 2 ເນື່ອງໃນໂອກາດ “ວັນສາກົນຕ້ານຢາເສບຕິດ” ຄົບຮອບ 35 ປີ (26/06/1987-26/06/2022) ແລະ ການສະ ເຫລີມສະຫລອງວັນສ້າງຕັ້ງສາມຫລ່ຽມຄຳ ຄົບຮອບ 15 ປີ ໂດຍໄດ້ຮັບການອຸປະຖຳຈາກ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຄື່ອນເພັດ ວົງສາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນຳເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ພ້ອມດ້ວຍນັກກິລາຈາກ 7 ປະເທດເຂົ້າຮ່ວມ ຄື: ລາວ, ຈີນ, ໄທ, ມຽນມາ, ຟິລິບປິນ, ໂຮນລັງ ແລະ ອາເມລິກາ ຫລາຍກວ່າ 500 ຄົນ ໂດຍມີການຊີງເງິນລາງວັນຫລາຍກວ່າ 400 ລ້ານກີບ.
![](https://kkklao.com/wp-content/uploads/2022/06/5-11-1024x767.jpg)
ທ່ານ ບຸນທອງ ແສງສີກອງ ໄດ້ກ່າວວ່າ: ງານຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງ ວັນສາ ກົນຕ້ານຢາເສບຕິດ 26 ມິຖຸນາ, ພ້ອມທັງສະເຫລີມສະຫລອງ ການສ້າງຕັ້ງເຂດເສດຖະກິດພິເສດ ສາມ ຫລ່ຽມຄຳ ຄົບຮອບ 15 ປີ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ, ແນໃສ່ເຮັດໃຫ້ທົ່ວສັງຄົມທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍ, ຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດທີ່ມີຕໍ່ມວນມະນຸດ, ທັງເປັນສິ່ງທີ່ຕ້ອງຫ້າມ ແລະ ຜິດຕໍ່ກົດໝາຍຂອງລັດ ແລະ ກົດໝາຍສາກົນ; ມ່ວນຊົນທຸກຄົນມີໜ້າທີ່ຮ່ວມກັນຕ້ານ ກໍຄືລົບລ້າງຢາເສບຕິດໃຫ້ອອກໄປຈາກສັງຄົມ ແລະ ປະເທດຊາດ.
![](https://kkklao.com/wp-content/uploads/2022/06/7-6-1024x683.jpg)
ສຳລັບການສ້າງຕັ້ງເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍໄດ້ດຳເນີນມາຮອດ 15 ປີ ເຊິ່ງຕະຫລອດໄລຍະທີ່ຜ່ານມາ, ພາຍໃຕ້ນະໂຍບາຍສົ່ງເສີມການດຶງດູດນັກລົງທຶນຂອງພັກ ແລະ ລັດ ຖະບານ ໂດຍສະເພາະແມ່ນອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນເຂດທ້ອງຖິ່ນບວກກັບຄວາມມຸ່ງຫວັງອັນແຮງກ້າ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ ຈຶ່ງໄດ້ພ້ອມກັນສ້າງສາພັດທະນາເສດຖະ ກິດພິເສດ ສາມຫລ່ຽມຄຳ ຢ່າງມີຜົນສຳເລັດ. ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ຍັງເປັນການສະແດງເຖິງນະໂຍ ບາຍຊຸກຍູ້ສົ່ງເສີມ ແລະ ໃຫ້ການສະໜັບສະໜູນຕໍ່ວຽກງານກິລາຂອງລາວ ໂດຍສະເພາະແມ່ນຂົງ ເຂດກິ ລາແລ່ນ-ລານ ໃຫ້ໄດ້ມີການພັດທະນາທັງດ້ານຄຸນນະພາບ ແລະ ປະລິມານ, ຊ່ວຍຍົກສູງຊື່ສຽງຂອງນັກກິລາລາວໃຫ້ກ້າວສູ່ພາກພື້ນ ແລະ ສາກົນ, ພ້ອມທັງປຸກລະດົມມ່ວນຊົນທົ່ວໄປ ໃຫ້ເຫັນຄວາມສຳຄັນຂອງກິລາ-ກາຍຍະກຳ ແລະ ການຮັກສາສຸຂະພາບ.
![](https://kkklao.com/wp-content/uploads/2022/06/8-6-1024x683.jpg)
ສຳລັບຜົນການແຂ່ງຂັນ ກິລາແລ່ນມາຣາທອນ ຄັ້ງນີ້ ປະເພດທົ່ວໄປມີໄລຍະທາງ 21 ກິໂລແມັດ, ຍິງອັນດັບທີ 1 ໄດ້ແກ່ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນທີມຊາດລາວ ໄດ້ຮັບເງິນສົດ 106 ລ້ານກີບ, ຂັນ ພ້ອມຫລຽນລາງວັນ, ທີ 2 ໄດ້ແກ່ນາງ ນັດທະຍາ ທະນະລົນນະວັດ ຈາກປະເທດໄທ ໄດ້ຮັບເງິນສົດ 64 ລ້ານກີບ ພ້ອມຫລຽນລາງວັນ, ອັບດັບທີ 3 ໄດ້ແກ່ນາງ ກັນຍາລັກ ເສລີວຸດທິໄຊ ຈາກປະເທດໄທຮັບເງິນລາງວັນ 42 ລ້ານກີບ, ພ້ອມຫລຽນ ແລະ ອັນດັບທີ 4 ນັກກິລາຈາກປະເທດໄທ ໄດ້ຮັບເງິນລາງວັນ 21 ລ້ານກີບພ້ອມຫລຽນ.
![](https://kkklao.com/wp-content/uploads/2022/06/1-45-1024x682.jpg)
ໄລຍະ 21 ກິໂລແມັດ ທີມຊາຍອັນດັບທີ 1 ໄດ້ແກ່ທ້າວ ສັນໄຊ ຈາກປະເທດໄທໄດ້ຮັບເງິນ ສົດ 106 ລ້ານກີບ, ພ້ອມຫລຽນລາງວັນ, ທີ 2 ທ້າວ ຊະນະພົນ ຈາກປະເທດໄທໄດ້ຮັບເງິນສົດ 64 ລ້ານກີບ, ພ້ອມຫລຽນລາງວັນ, ທີ 3 ທ້າວ ເອກະລັກ ຈາກປະເທດໄທໄດ້ຮັບເງິນ 42 ລ້ານກີບ, ພ້ອມຫລຽນລາງວັນ ແລະ ອັນດັບທີ 4 ໄດ້ແກທ້າວ ພານຸກອນ ຈາກປະເທດໄທໄດ້ຮັບເງິນສົດ 21 ລ້ານກີບ, ພ້ອມຫລຽນລາງວັນ.
![](https://kkklao.com/wp-content/uploads/2022/06/2-39-1024x682.jpg)
ຂະນະທີ່ ປະເພດເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນ ນາງ ບຸດສະກອນ ປຣະວັງ ຈາກປະເທດໄທໄດ້ຮັບເງິນສົດ 5 ລ້ານກັບ, ຂັນ ພ້ອມຫລຽນ, ທີ 2 ນາງ ປໍຄົວ ລີ ຈາກແຂວງບໍ່ແກ້ວ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຫລຽນ ແລະ ທີ 3 ແມ່ນນາງ ນາລໍ ອີກໜຶ່ງນັກກິລາຈາກແຂວງບໍ່ແກ້ວ ໄດ້ຮັບຫລຽນ ແລະ ເງິນສົດ 2 ລ້ານກີບ.
![](https://kkklao.com/wp-content/uploads/2022/06/3-36-1024x682.jpg)
ຊະນະເລີດ ປະເພດເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນທ້າວ ອານຸສິດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນ 5 ລ້ານກີບ, ຮອງຊະນະເລີດ ທ້າວ ສຸລິຍາ ສຸນັນທະວົງ ຈາກແຂວງຫລວງນໍ້າທາ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ, ທີ 3 ທ້າວ ເດັ່ນພົງ ປະເທດໄທ ໄດ້ຮັບຫລຽນ ພ້ອມເງິນສົດ 2 ລ້ານກີບ.
![](https://kkklao.com/wp-content/uploads/2022/06/4-21-1024x682.jpg)
ສ່ວນປະເພດອາວຸໂສຍິງ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນນາງ ສົມຄິດ ແກ້ວບຸນມາ ຈາກແຂວງວຽງຈັນ ໄດ້ຮັບຂັນພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ນາງວັນ ເພັງ ສຸດທິຈັກ ຈາກສະຫະພັນແລ່ນ-ລານແຫ່ງຊາດ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ນາງ ວາລິນ ນຳພາ ຈາກປະເທດໄທ ໄດ້ຮັບຫລຽນ ກັບເງິນ 2 ລ້ານກີບ.
![](https://kkklao.com/wp-content/uploads/2022/06/6-9-1024x683.jpg)
ຊະນະະເລີດປະເພດອາວຸໂສຊາຍ ໄລຍະ 8 ກິໂລແມັດ ໄດ້ແກ່ທ່ານ ຄອງລາດ ຊົມພູລາດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ໄດ້ແກ່ທ່ານ ຄຳເພັດ ຈັນທະສົມ ບັດ ຈາກນະຄອນຫລວງວຽງຈັນ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ທ່ານ ພູເງິນ ພົມມະຫາ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຫລຽນ ກັບເງິນສົດ 2 ລ້ານກີບ.
![](https://kkklao.com/wp-content/uploads/2022/06/15-1024x767.jpg)
ໃຫ້ກຽດຂື້ນມອບລາງວັນໂດຍ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ, ພ້ອມດ້ວຍ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ຜູ້ໃຫ້ການສະໜັບສະໜູນ ແລະ ຄະນະກຳມະການຈັດການແຂ່ງຂັນ.
ຂ່າວ-ພາບ: ສຸກສະຫວັດ
Discussion about this post