ຕາມຂ່າວຈາກ dailynews,ວັນທີ27ມິຖຸນານີ້,ກອງປະຊຸມ ກຸ່ມປະເທດ ມະຫາອຳນາດ ດ້ານອຸດສາ ຫະກຳ ຂອງໂລກ(ຈີ7)ປະກາດ ຈຳກັດ ການສົ່ງອອກຄຳ ຈາກ ຣັດເຊຍ ແລະ ການຮ່ວມ ລະດົມທຶນ ໃນພາກພື້ນ ພວມພັດທະນາ ຫລັງຈາກ ປະເທດ ສະມາຊິກ ປະກອບດ້ວຍ ສ.ອາເມລິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ການາດາ ແລະ ຍີ່ປຸ່ນ ໄດ້ຕົກລົງ ເປັນເອກະພາບກັນ ໃນກອງປະຊຸມ ຄັ້ງນີ້.
ໃນໄລຍະ ຊຸມປີ ຜ່ານມາ ຄຳ ກາຍເປັນ ສິນຄ້າ ສົ່ງອອກ ສຳຄັນ ອັນດັບ 2 ຂອງຣັດເຊຍ ຮອງຈາກ ນ້ຳມັນ ເຊື້ອໄຟ ໂດຍຣັດເຊຍ ກວມເອົາ ອັດຕາສ່ວນ ເກືອບ5% ຂອງຕະຫລາດ ຄຳໂລກ ຄິດເປັນ ມູນຄ່າ ເກືອບ19 ຕື້ໂດລາ ສະຫະລັດ ເມື່ອປີ2020 ແຕ່ຫລຸດລົງມາ ຢູ່ທີ່ ປະມານ 15,5ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ປີກາຍ.
ຂະນະທີ່ 90%ຂອງຄຳ ທີ່ສົ່ງອອກ ຈາກຣັດເຊຍ ມີປະເທດ ກຸ່ມຈີ7 ເປັນລູກຄ້າ ໃຫຍ່ທີ່ສຸດ ໂດຍສະເພາະ ອັງກິດ, ສ່ວນ ສ.ອາເມລິກາ ຊື້ຄຳຈາກຣັດເຊຍ ຄິດເປັນມູນຄ່າ ບໍ່ເຖິງ 1 ລ້ານໂດລາ ສະຫະລັດ ເມື່ອ 2ປີຜ່ານມາ./.(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post