ຕາມຂ່າວຈາກ dailynews ລາຍງານວ່າ: ປະເທດສີລັງກາ ພວມຂາດແຄນນ້ຳມັນເຊື້ອໄຟຢ່າງໜັກ ຫລັງຈາກ ກະຊວງພະລັງງານ ອອກແຈ້ງການດ່ວນໃນວັນທີ 25 ມິຖຸນານີ້ວ່າ: ກຳປັ່ນຂົນສົ່ງນ້ຳມັນຫລາຍລຳ ບໍ່ໄດ້ເດີນທາງມາທຽບທ່າ ຕາມກຳນົດໂດຍບໍ່ແຈ້ງເຫດຜົນຢ່າງຈະແຈ້ງ.
![](https://kkklao.com/wp-content/uploads/2022/06/1-16-1024x655.png)
ຂະນະທີ່ກຳປັ່ນລຳລຽງ ນ້ຳມັນເຊື້ອໄຟ ອີກຫລາຍລຳ ປະຕິເສດ ຈອດທຽບທ່າດ້ວຍເຫດຜົນກ່ຽວກັບສະຖານະການທາງເງິນຂອງສີລັງກາ, ຂະນະທີ່ ບໍລິສັດ Ceylon Petroleum Corporation ລັດວິສາຫະກິດ ດ້ານນ້ຳມັນເຊື້ອໄຟ ຂອງສີລັງກາ ຍັງບໍ່ສາມາດຄາດການໄດ້ວ່າ ຈະໄດ້ຮັບນ້ຳມັນເຊື້ອໄຟໃໝ່ ຫລື ບໍ່ ແລະ ເມື່ອໃດ,
![](https://kkklao.com/wp-content/uploads/2022/06/2-9-1024x716.png)
ໂດຍບໍລລິສັດ Ceylon Petroleum Corporation ຈຳເປັນຕ້ອງໂຈະການນດຳເນີນຂອງໂຮງກັ່ນທີ່ມີຢູ່ແຫ່ງດຽວ ເປັນການຊົ່ວຄາວ ທັງທີ່ມີການດຳເນີນການຮອບຫລ້າສຸດ ເມື່ອຕົ້ນເດືອນນີ້ ໂດຍໃຊ້ນ້ຳມັນດິບ 90.000 ໂຕນຂອງຣັດເຊຍ ຊື້ຜ່ານນາຍໜ້າ ທີ່ນະຄອນນດູໄບ ແລະ ບໍລິສັດ ດັ່ງກ່າວ ຍັງມີໜີ້ ຄ້າງຈ່າຍ ຫລາຍກວ່າ 700 ລ້ານໂດລາສະຫະລັດ.
![](https://kkklao.com/wp-content/uploads/2022/06/3-5-1024x672.png)
ຂະນະນີ້ ທ່ານ Ranil Wickremesinghe ນາຍົກລັດຖະມົນຕີ ສີລັງກາ ຖະແຫລງແບບກົງໄປກົງມາ ເມື່ອບໍ່ດົນມານີ້ວ່າ: ເສດຖະກິດ ຂອງປະເທດ ພວມກ້າວເຂົ້າສູ່ສະພາວະລົ້ມລະລາຍຢ່າງສົມບູນ ເນື່ອງຈາກບໍ່ມີງົບປະມານນຳເຂົ້າ ນ້ຳມັນເຊື້ອເພີງ ແລະ ອາຫານ ໃຫ້ພຽງພໍກັບ ຄວາມຕ້ອງການ ຂອງປະຊາກອນ ພາຍໃນປະເທດ ເກືອບ 22 ລ້ານຄົນ.
ທີ່ມາຂ່າວ: ຂປລ
Discussion about this post