ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 24, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງກ່ຽວກັບການປະຕິຮູບລັດວິສາຫະກິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ມິຖຸນາ ຜ່ານມາ, ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ວັດທະນາ ດາລາລອຍ ກ່າວວ່າ: ການປະຕິຮູບລັດວິສາຫະກິດແຕ່ລະປະເພດ “ລັດວິສາຫະກິດໃດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ລັດບໍ່ຈໍາເປັນເຂົ້າຖືຮຸ້ນໃຫ້ຫັນໄປສູ່ຮູບການອື່ນໂດຍໃຫ້ດຳເນີນການກວດກາປະເມີນມູນຄ່າຊັບສິນ ແລະ ໜີ້ສິນຄືນໃໝ່, ຖ້າຈຳເປັນຫັນ ຫຼືຮ່ວມທຶນ ກໍໃຫ້ດໍາເນີນການປັບປຸງໂຄງສ້າງວິສາຫະກິດທາງດ້ານການເງິນຕາມຂັ້ນຕອນ ທັງກຳນົດຮູບການ ແລະ ດຳເນີນການເຈລະຈາກັບພາກເອກະຊົນທີ່ມີເຈດຈໍານົງຢາກຮ່ວມທຶນ ກັບວິສາຫະກິດດັ່ງກ່າວ.

ສະນັ້ນ, ຈຶ່ງເວົ້າໄດ້ວ່າການປັບປຸງໂຄງສ້າງຂອງທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ໃນໄລຍະຜ່ານມາໄລຍະປີ 2015-2018, ດຳເນີນການປັບປຸງຢ່າງຮອບດ້ານ, ໄປຄຽງຄູ່ກັນກັບການຊອກຫາຄູ່ຮ່ວມທຶນຍຸດທະສາດ ເພື່ອມາຮ່ວມທຶນໃນການປັບປຸງສອງທະນາຄານດັ່ງກ່າວແຕ່ກໍບໍ່ໄດ້ຮັບການຕອບຮັບ.

ມາຮອດຕົ້ນປີ 2021 ລັດຖະບານໄດ້ຄັດເລືອກ 2 ບໍລິສັດເອກະຊົນຄື: (ບໍລິສັດຈະເລີນເຊກອງພະລັງງານຈຳກັດ ແລະ ບໍລິສັດພົງຊັບທະວີກໍ່ສ້າງ) ເຂົ້າຮ່ວມທຶນຖືຮຸ້ນໃນ 2 ທະນາຄານດັ່ງກ່າວ 70% ແລະ ລັດຖືຮຸ້ນ 30%. ໃນຂະບວນການປັບປຸງ, ທັງສອງທະນາຄານແມ່ນໄດ້ຜ່ານການປະເມີນຊັບສິນຈາກບໍລິສັດກວດສອບພາຍນອກທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ເພື່ອປະເມີນມູນຄ່າຮຸ້ນ, ປະເມີນມູນຄ່າຊັບສິນທີ່ເປັນອາຄານ ແລະ ທີ່ດິນ; ພ້ອມກັນນີ້, ສຳລັບຊັບສິນຄົງທີ່ ທີ່ໝົດອາຍຸການນໍາໃຊ້ແລ້ວ ກໍໄດ້ຖືກປະເມີນກວດກາໂດຍຄະນະຮັບຜິດຊອບເບື້ອງລັດຖະບານ.

ພາຍຫຼັງສຳເລັດການປັບປຸງໂຄງສ້າງ ແລະ ໄດ້ເຄື່ອນໄຫວດຳເນີນທຸລະກິດຕາມໂຄງສ້າງໃໝ່ທີ່ໄດ້ປັບປຸງ ໂດຍລວມເຫັນວ່າ: ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ໄດ້ມີທ່າອ່ຽງນັບມື້ນັບເຂັ້ມແຂງຂຶ້ນ ເມື່ອທຽບໃສ່ໄລຍະກ່ອນການປັບປຸງໂຄງສ້າງໃນເດືອນພຶດສະພາ 2022 ໃສ່ເດືອນກັນຍາ 2021 ເຫັນໄດ້ວ່າ:

ທະນາຄານພັດທະນາລາວ ສາມາດລະດົມເງິນຝາກໄດ້ເພີ່ມຂຶ້ນ ໄດ້ມີຍອດເຫຼືອເງິນຝາກເພີ່ມຂຶ້ນ 27%; ຍອດຊັບສິນໄດ້ເພີ່ມຂຶ້ນ 110,37%, ໃນນີ້, ສິນເຊື່ອໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ແຂງແຮງ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນໄດ້ຫຼຸດລົງຈາກ 3,81% ມາຢູ່ໃນລະດັບ 0,12% ຈາກທີ່ເຄີຍຢູ່ໃນລະດັບສູງກາຍ 3% ພ້ອມກັນນີ້, ທະນາຄານດັ່ງກ່າວກໍສາມາດສ້າງກໍາໄລ ຈາກທີ່ໄດ້ມີການຂາດທຶນສະສົມມາຢ່າງຕໍ່ເນື່ອງ ກ່ອນການປັບປຸງໂຄງສ້າງ. ສະເພາະໃນເດືອນພຶດສະພາ 2022 ໄດ້ມີກຳໄລ 78,51 ຕື້ກີບ. ອັດຕາສ່ວນຄວາມພຽງພໍຂອງທຶນຢູ່ໃນລະດັບເປັນບວກ ແລະ ນັບມື້ນັບເຂັ້ມແຂງຂຶ້ນ ຫຍັບໃກ້ເຂົ້າຫາລະດັບຕາມມາດຕະຖານວ່າດ້ວຍຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້.

ທະນາຄານສົ່ງເສີມກະສິກຳ ໄດ້ສຳເລັດການປັບປຸງໂຄງສ້າງຊ້າກວ່າທະນາຄານພັດທະນາລາວໄລຍະໃດໜຶ່ງ ແຕ່ກໍສາມາດລະດົມເງິນຝາກໄດ້ເພີ່ມຂຶ້ນ ໄດ້ມີຍອດເຫຼືອເງິນຝາກເພີ່ມຂຶ້ນ 6%; ຍອດຊັບສິນກໍໄດ້ເພີ່ມຂຶ້ນ 86,98%. ພ້ອມກັນນີ້, ທະນາຄານດັ່ງກ່າວກໍສາມາດເລີ່ມສ້າງກຳໄລໄດ້ ສະເພາະໃນເດືອນພຶດສະພາ 2022 ໄດ້ມີກຳໄລ 7,56 ຕື້ກີບ. ອັດຕາສ່ວນຄວາມພຽງພໍຂອງທຶນຢູ່ໃນລະດັບເປັນບວກ ແລະ ໄດ້ຕາມມາດຕະຖານວ່າດ້ວຍຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້.

ຂ່າວ: ບຸນຕອມ

ShareTweetShare
Next Post
ຄູ່ຮັກນັກຮ້ອງດັງໄທ ກ້ອງ ຫ້ວຍໄລ່ ແລະ ຂະນິດຖາ ມາທ່ຽວ ສປປລາວ

ຄູ່ຮັກນັກຮ້ອງດັງໄທ ກ້ອງ ຫ້ວຍໄລ່ ແລະ ຂະນິດຖາ ມາທ່ຽວ ສປປລາວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...