ຕາມຂ່າວຈາກຈີນ, ວັນທີ20ມິຖຸນານີ້, ກົມພາສີ ສູນກາງຈີນ ລາຍງານ ການນຳເຂົ້າ ນ້ຳມັນດິບ ຈາກຣັດເຊຍ ໂດຍຜ່ານທໍ່ສົ່ງ Siberian ຕາເວັນອອກ ໃນມະຫາ ສະມຸດ ປາຊີຟິກ ແລະ ຈາກການຂົນສົ່ງ ທາງເຮືອ ປະລິມານ ທັງໝົດ ເກືອບ 8,42 ລ້ານໂຕນ, ພຽງແຕ່ ເດືອນພຶດສະພາ ທີ່ຜ່ານມາ ຫລືປະມານ 1.98 ລ້ານຖັງ ຕໍ່ວັນ ເພີ່ມຂຶ້ນ ປະມານ 25% ເມື່ອທຽບໃສ່ ກັບສະຖິຕິ ເດືອນເມສາ ລະດັບ 1,59 ລ້ານຖັງຕໍ່ວັນ
ໃນຂະນະດຽວກັນ, ສະຖິຕິ ຍັງຖືວ່າ ເພີ່ມຂຶ້ນ 55% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ ກາຍ ເຮັດໃຫ້ ຣັດເຊຍ ກັບຄືນສູ່ ອັນດັບໜຶ່ງ ຜູ້ສົ່ງອອກ ນ້ຳມັນດິບ ທີ່ໃຫຍ່ສຸດ ຂອງຈີນ ເປັນຄັ້ງ ທໍາອິດ ໃນຮອບ 19 ເດືອນ,ອາຣັບບີ ຊາອຸດິດ ຕົກລົງມາ ເປັນອັນດັບ ສອງ ດ້ວຍສະຖິຕິ 782 ລ້ານໂຕນ ໃນເດືອນແລ້ວນີ້ ຫລື ສະເລ່ຍ 1,84 ລ້ານຖັງຕໍ່ວັນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.
ນອກນີ້, ບົດລາຍງານ ຂອງຈີນ ໄດ້ເປີດເຜີຍ ການນຳເຂົ້າ ນ້ຳມັນດິບ 260,000 ໂຕນ ຈາກອີຣານ ໃນເດືອນ ພຶດສະພາ ຜ່ານມາ.
ນັບແຕ່ເດືອນ ທັນວາ ປີກາຍນີ້ ເປັນຄັ້ງທີ 3 ທີ່ຈີນ ນຳເຂົ້າ ນ້ຳມັນ ຈາກອີຣານ./.
(ພາກຂ່າວ:ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post