ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ນັບແຕ່ວັນທີ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 21, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 20 ມິຖຸນາ 2022, ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການຄຸ້ມ ຄອງລາຄານໍ້າມັນເຊື້ອໄຟ ແລະ ບາງວິທີການແກ້ໄຂ. ທ່ານໃຫ້ຮູ້ວ່າ: ຈາກສະພາບການຂາດເຂີນນໍ້າມັນທີ່ເກີດຂຶ້ນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມຄວາມພະຍາຍາມຮັບມື ແລະ ຊອກວິທີແກ້ໄຂສະພາບດັ່ງກ່າວ ມາຕັ້ງແຕ່ທ້າຍປີທີ່ຜ່ານມາຈົນມາເຖິງໄລຍະທີ່ຫຍຸ້ງຍາກໄດ້ອອກຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊ່ວຍວຽກຂອງຄະນະສະເພາະກິດຮັບ ຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນໃນການແກ້ໄຂບັນຫາການນ້ຳມັນເຊື້ອໄຟ, ລາຄາສີນຄ້າ ແລະ ເງິນຕາຕ່າງປະເທດ ສະບັບເລກທີ 36/ນຍ, ລົງວັນທີ 6 ມິຖຸນາ 2022.

ພາຍຫຼັງການຕົກລົງເຫັນດີ ຈາກຄະນະ 36/ນຍ ກໍຄື ລັດຖະບານ ເຂົ້າມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໂດຍໃຫ້ນະໂຍບາຍແລກປ່ຽນເງິນຕາຕາມອັດຕາທາງການໃນອັດຕາ 14.065 ກີບ/ໂດລາສະຫະລັດ ໃຫ້ແກ່ບັນດາບໍລິສັດນໍາເຂົ້ານໍ້າມັນຈຳນວນຫຼາຍ ແລະ ມີຈຳນວນປໍ້ານໍ້າມັນທີ່ແຈກຢາຍທົ່ວປະເທດໃຫ້ມີຄວາມສາມາດນໍາເຂົ້າໄດ້ເພີ່ມຂຶ້ນ ທຽບໃສ່ໄລຍະຍະດຽວກັນຂອງເດືອນຜ່ານມາ ເຊິ່ງຈາກການເກັບກໍາຂໍ້ມູນການນໍາເຂົ້າ ນັບແຕ່ວັນທີ 14 ມິຖຸນາ 2022 ເຫັນວ່າ ມີການນໍາເຂົ້າສະເລ່ຍ 1,23 ລ້ານລິດ, ໃນວັນທີ 15 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,99 ລ້ານລິດ (ເພີ່ມຂຶ້ນ 1,76 ລ້ານລິດ), ວັນທີ 16 ມິຖຸນາ 2022 ນໍາເຂົ້າສະເລ່ຍ 3,57 ລ້ານລິດ (ເພີ່ມຂື້ນ 0,58 ລ້ານລິດ), ວັນທີ 17 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,23 ລ້ານລິດ (ຫຼຸດລົງ 1,34 ລ້ານລິດ), ວັນທີ 18 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ລ້ານລິດ, ວັນທີ 19 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ແສນລິດ ແລະ ໃນວັນທີ 20 ມິຖຸນາ ບັນດາບໍລິສັດນໍາເຂົ້ານໍ້າມັນສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າທີ່ສູງຂື້ນສົມຄວນທຽບໃສ່ຫຼາຍວັນຜ່ານມາ.

ທ່ານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟທີ່ເປີດບໍລິການເປັນປົກກະຕິທັງໝົດ 706 ປໍ້າ, ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ. ສະຫຼຸບແລ້ວ, ຈາກນະໂຍບາຍ ຫຼື ທິດຊີ້ນໍາຂອງ ຄະນະ 36/ນຍ ເຮັດໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ ເປັນຕົ້ນໄປ ມີປໍ້ານໍ້າມັນເຊື້ອໄຟເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງ ບໍລິສັດນຳເຂົ້າທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ, ແຕ່ເຂົາເຈົ້າ ໄດ້ສຸມກໍາລັງແຮງເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ ເຊີ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາຢ່າງໃກ້ ຊິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ (ຈໍລະຈອນ) ແຕ່ຂອດສາງຂອງບໍລິສັດ ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກຈົດຮັບຈົດຈ່າຍຊັດເຈນ), ພ້ອມດຽວກັນນີ້, ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະ ກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະ ຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ຕື່ມວ່າ: ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ນອກຈາກ ລັດຖະບານ ມີນະໂຍບາຍຫຼຸດອາກອນຊົມໃຊ້ (ນໍ້າມັນແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ) ລົງ 02 ຄັ້ງຜ່ານມາ ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາ ຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ ຕາມວັນທີ 3 ມິຖຸນາ 2022 ຄື 14.065 ກີບຕໍ່ໂດລາສະຫະ ລັດ ເຮັດໃຫ້ລາຄານໍ້າມັນເຊື້ອໄຟປັບຂຶ້ນບໍ່ສູງຫຼາຍ ຕາມການເໜັງຕີງສູງຂຶ້ນຂອງລາຄານໍາມັນເຊື້ອໄຟໃນຕະຫຼາດໂລກ. ຢ່າງໃດກໍຕາມ ຈາກສະພາບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງ ສົ່ງຜົນກະທົບຕໍ່ການນຳເຂົ້ານ້ຳມັນເຊື້ອໄຟຂອງປະເທດເຮົາກໍມີຄວາມຈຳເປັນນຳໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ, ໃນຂະ ນະທີ່ແຫລ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈຳກັດຈາກບັນຫາໂຄງສ້າງທາງເສດຖະກິິດ.

ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼື ຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້.

ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດ ລວມເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ລ້ານລິດ/ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດ/ປີ.

ພ້ອມນີ້, ທ່ານໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼື ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໂດຍເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ແລະ ຫຼາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫຼາຍຢ່າງ. ສະນັ້ນ, ທຸກທ່ານ ແລະ ທຸກພາກສ່ວນ ຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້. ພ້ອມກັນນັ້ນ, ຊ່ວຍເປັນຫູເປັນຕາ ຫາກພົບເຫັນ ມີການສວຍໂອ ກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ www.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ.

ShareTweetShare
Next Post
ສົງສານແທ້ໆ ໝຸ່ມ 23 ປີ ເປັນໄຂເສຍຊີວິດ ຍ້ອນບໍ່ມີເງື່ອນໄຂໄປໂຮງໝໍໄດ້ແຕ່ກິນຢາບັນເທົາ

ສົງສານແທ້ໆ ໝຸ່ມ 23 ປີ ເປັນໄຂເສຍຊີວິດ ຍ້ອນບໍ່ມີເງື່ອນໄຂໄປໂຮງໝໍໄດ້ແຕ່ກິນຢາບັນເທົາ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...