ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດວາງມາດຕະການຮັບມື ລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 20, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນ ໃນຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ ແລະ ກະທົບແຮງ ໃນຕໍ່ໜ້າ. ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ກ່ຽວກັບມາດຕະການຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າວ່າ:

ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບ ການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ, ກະທົບແຮງໃນຕໍ່ໜ້ານີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນຄື: ເພີ່ມທະວີການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ດ້ວຍການສ້າງກົນໄກການຕິດຕາມລາຄາສິນຄ້າຢ່າງເປັນລະບົບ, ປົກກະຕິ, ທັນສະໄໝ ແລະ ທົ່ວເຖິງ, ໂດຍການກໍານົດໄລຍະເວລາ ແລະ ແຜນດໍາເນີນງານລະອຽດ ໃນການຕິດຕາມການເໜັງຕິງຂອງລາຄາສິນຄ້າໃນແຕ່ລະໄລຍະ ໃຫ້ສໍາເລັດໃນປີ 2023 ແລະ ສົມທົບຄົ້ນຄ້ວາການ ເໜັງຕິງຕາມດັດສະນີລາຄາສິນຄ້າ ຮ່ວມກັບກະຊວງ ແຜນການ ແລະ ການລົງທຶນ.

ພ້ອມທັງ ຊຸກຍູ້ຂະແໜງການກ່ຽວຂ້ອງ ໂດຍສະເພາະຂະແໜງກະສິກໍາ ແລະ ປ່າ ໄມ້ ຕ້ອງເປັນເຈົ້າການໃນການກໍານົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະ ເພາະຕົ້ນທຶນການຜະລິດ ທີ່ຕິດພັນກັບການປູກ ແລະ ການລ້ຽງ ໃຫ້ສໍາເລັດໃນໄລຍະ 6 ເດືອນທ້າຍປີ 2022 ນີ້; ເປັນເຈົ້າການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກໍານົດໂຄງປະກອບລາຄາ ນັບແຕ່ຂອດຕົ້ນທຶນການຜະລິດຈົນຮອດຂອດຂາຍຍ່ອຍ; ສົມທົບແໜ້ນປັບປຸງລະບົບ-ກົນໄກການຄຸ້ມຄອງລາຄາສິນຄ້າ, ຕົ້ນທຶນການຜະລິດ, ລາຄາກາງສໍາລັບສິນຄ້າຈໍາເປັນ, ສິນຄ້າຍຸດທະສາດ ໃຫ້ທັນກັບສະພາບຄວາມເປັນຈິງ ໃຫ້ສໍາເລັດໃນປີ 2023;

ດັດສົມລາຄາສິນຄ້າຈໍາເປັນ ເພື່ອກໍານົດບູລິມະສິດຄວາມຕ້ອງການ ແລະ ການສະໜອງສິນຄ້າ ເພື່ອແຊກແຊງໃຫ້ລາຄາສິນຄ້າຄວບຄຸມບໍ່ຜັນຜວນໄວ ຕາມອັດຕາເງິນເຟີ້ສູງຂຶ້ນໃຫ້ສໍາເລັດ ໃນປີ 2023; ສ້າງຄວາມສະດວກ ໃນການເຄື່ອນຍ້າຍສິນຄ້າພາຍໃນປະ ເທດ, ຫລຸດຜ່ອນຂອດຂັ້ນ ເພື່ອຫລຸດຜ່ອນຕົ້ນທຶນຂອງຜູ້ປະກອບການ; ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະ ການຍົກລະດັບຄວາມຮູ້ດ້ານການວາງແຜນທຸລະກິດ, ການເຂົ້າເຖິງຕະຫລາດ, ການວາງແຜນການເງິນ ແລະ ບັນຊີເງິນສົດ; ສຸມໃສ່ອຸດສາຫະກໍາປຸງແຕ່ງທີ່ມີໜໍ່ແໜງ ເພື່ອດຶງດູດການລົງທຶນ ແລະ ບຸກຍູ້ການເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ ໃຫ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສ້າງຄວາມອາດສາມາດສົ່ງອອກໃຫ້ຫລາຍຂຶ້ນ ໂດຍເນັ້ນໃສ່ 8 ອຸດສາຫະກໍາ ແລະ ຫັດຖະກໍາ ທີ່ມີທ່າແຮງບົ່ມຊ້ອນ.

ຂ່າວ: ສຸພາສະຫວັນ ພາບ: ເກດສະໜາ

ShareTweetShare
Next Post
ນີ້ລະຄົນລາວບໍ່ຖິ້ມກັນ ຄູອາສາໄດ້ເງິນເບື່ອງຕົ້ນແລ້ວ 10ລ້ານ ຫຼັງເປີດບັນຊີມາ

ນີ້ລະຄົນລາວບໍ່ຖິ້ມກັນ ຄູອາສາໄດ້ເງິນເບື່ອງຕົ້ນແລ້ວ 10ລ້ານ ຫຼັງເປີດບັນຊີມາ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...