ຄູເນັ່ງທ່າວ ເພຍຫລວງ ອາຍຸ 35 ປີ ເປັນອີກໜຶ່ງຄົນທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວບໍ່ໄດ້ລັດຖະກອນ ສຸດທ້າຍຈິ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄູ່, ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ
![](https://kkklao.com/wp-content/uploads/2022/06/FB_IMG_1655528490544-698x1024.jpg)
ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ. ຄູອາສາ ຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີແຕ່ບໍໄດ້ຫຍັງນອກຈາກຄວາມຮັກ ແລະຜູກພັນກັບຄູອາຈານ ເພື່ອນຮ່ວມງານ ແລະນັກຮຽນທີ່ຄອຍເຫັນໜ້າກັນໃນທຸກໆວັນ.
![](https://kkklao.com/wp-content/uploads/2022/06/FB_IMG_1655528492373-644x1024.jpg)
ໃນພິທີສົ່ງ ເຖິງກັບຫຼັ່ງນ້ຳຕາ ດ້ວຍຄວາມອາໄລຫາທຸກໆຄົນທີ່ເຄີຍຢູ່ຮ່ວມກັນຮັກແພງກັນຕະຫຼອດໄລຍະ 10 ປີທີ່ສອນຢູ່ໂຮງຮຽນແຫ່ງນີ້.
![](https://kkklao.com/wp-content/uploads/2022/06/FB_IMG_1655528494151-664x1024.jpg)
ເບິໂທ ຄູເນັ່ງທ່າວ ເພຍຫລວງ
![](https://kkklao.com/wp-content/uploads/2022/06/FB_IMG_1655528483148.jpg)
Discussion about this post