ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ປາກຊັນ ໄດ້ລາຍງານໃຫ້ຮູ້ວ່າ ທົ່ວເມືອງ ປາກຊັນ ມີປ້ຳນ້ຳມັນ ໃຫ້ບໍລິການທັງໝົດ 21 ປ້ຳ ໂດຍໃນວັນທີ 14 ມິຖຸນາ 2021 ທັງ 21 ປ້ຳແມ່ນບໍ່ສາມາດ ສະໜອງນ້ຳມັນໃຫ້ກັບປະຊາຊົນໄດ້ ເນື່ອງຈາກນ້ຳມັນຂາດຕະຫຼາດຢ່າງໜັກ, ເຮັດໃຫ້ປ້ຳຕ່າງໆ ພາຍໃນເມືອງ ໄດ້ປິດໃຫ້ບໍລິການຊົ່ວຄາວ, ແຕ່ສຳລັບປ້ຳ ພີທີທີ ຄູນຄຳຫ້ວຍສຽດ, ບ້ານ ຫ້ວຍສຽດ ແມ່ນຈະກັບມາເປີດໃຫ້ບໍລິການຄືນ ປະມານ 5-6 ໂມງແລງຂອງມື້ນີ້.
![](https://kkklao.com/wp-content/uploads/2022/06/3-21-777x1024.jpg)
ລາຍລະອຽດດັ່ງເອກະສານລຸ່ມນີ້:
![](https://kkklao.com/wp-content/uploads/2022/06/33-1-715x1024.jpg)
Discussion about this post