ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາ ໂດຍສະເພາະ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດສູງຂຶ້ນເລື້ອຍໆ ເຊິ່ງ ສສຊ ຫລາຍທ່ານສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
![](https://kkklao.com/wp-content/uploads/2022/06/33-2-1024x671.jpg)
ພ້ອມດຽວກັນນັ້ນ, ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ສະມາຊິກສະພາແຫ່ງຊາດ ຫລາຍທ່ານສະເໜີ ໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ພ້ອມທັງສືບຕໍ່ສົ່ງເສີມ, ສ້າງຄວາມເຂັ້ມແຂງການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້າ, ຂະນະດຽວກັນ ຕ້ອງສົ່ງເສີມໃຫ້ຜະລິດສິນຄ້າ ເພື່ອການສົ່ງອອກຫລາຍຂຶ້ນ.
![](http://kkklao.com/wp-content/uploads/2022/06/6-2-1024x682.jpg)
ນອກຈາກນີ້, ຍັງສະເໜີໃຫ້ສ້າງຄວາມເຂັ້ມແຂງ ແກ່ບຸກຄະລາກອນຂັ້ນເມືອງ ໂດຍສະເພາະຂະແໜງການເງິນ ທີ່ຍັງຂາດເຂີນ, ພ້ອມພັດທະນາລະບົບການເງິນ ໃຫ້ສົມຄູ່ກັບການພັດທະນາລະບົບອື່ນໆ.
ຂ່າວ: ກິດຕາ ພາບ: ເກດສະໜາ
Discussion about this post