ນັບແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບ ເທົ່ານັ້ນ.
ແຈ້ງການເລື່ອງ: ກຳນົດເອົາສະກຸນເງິນກີບຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດ ຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:
1. ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.
2. ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ ທຄຕລ ປະກາດນໍາໃຊ້ໃນແຕ່ລະວັນ ແລະ ນໍາ ໃຊ້ສະບັບລ່າສຸດໃນແຕ່ລະຊ່ວງເວລາທີ່ໄດ້ແຈ້ງຜ່ານ website: www.bcel.com.la ຕາມແຕ່ລະກໍລະນີດັ່ງນີ້:
– ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ກ່ອນເວລາທີ່ປະກາດນໍາໃຊ້ອັດຕາແລກປ່ຽນ ປະຈຳວັນຄື: ກ່ອນ 08:30 AM ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນເງິນໂດລາຂອງມື້ວານ ເພື່ອແລກປ່ຽນເປັນ ສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ.
ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ພາຍຫຼັງທີ່ມີການປະກາດນໍາໃຊ້ອັດຕາແລກປ່ຽນ ປະຈໍາວັນແລ້ວແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດນໍາໃຊ້ປະຈໍາວັນນັ້ນເລີຍ ເພື່ອແລກປ່ຽນ ສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ.
ຊຶ່ງບັນດາຮ້ານຕົວແທນຍ່ອຍຈະຕ້ອງເຂົ້າເບິ່ງການປະກາດນໍາໃຊ້ ອັດຕາແລກປ່ຽນປະຈໍາວັນໃນຊ່ວງ ເວລາ 08:30 – 8:50 AM ແລະ ແຕ່ລະຊ່ວງໄລຍະເວລາ.
ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ວັນເສົາ-ອາທິດ ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນ ໂດລາທີ່ໄດ້ປະກາດໃຊ້ໃນວັນສຸກ.
3. ໃຫ້ບັນດາຮ້ານຕົວແທນຍ່ອຍແຈ້ງເລກບັນຊີກະແສລາຍວັນສະກຸນເງິນກີບທີ່ອອກຊື່ຕາມໃບທະບຽນວິສາຫະກິດ ຫຼື ບັນຊີເງິນຝາກປະຫຍັດທີ່ອອກຊື່ເຈົ້າຂອງທຸລະກິດ (ສະເພາະຮ້ານທີ່ບໍ່ມີບັນຊີກະແສລາຍວັນທີ່ເປັນສະກຸນເງິນກີບ) ມາຍັງສາຂາທີ່ຕົນຂຶ້ນກັບ, ສຳລັບຕົວແທນຍ່ອຍທີ່ຢູ່ນະຄອນຫຼວງແມ່ນແຈ້ງມາຍັງຂະແໜງໂອນເງິນດ່ວນກ່ອນວັນທີ 15/06/2022, ກະກຽມເງິນສົດທີ່ເປັນສະກຸນເງິນກີບໄວ້ບໍລິການລູກຄ້າ ແລະ ແຕ່ລະຕົວແທນຍ່ອຍທີ່ມີທຸລະກຳຕ້ອງ ປະກອບຂໍ້ມູນແບບຟອມສະເໜີອອນລາຍປະຈຳວັນລົງໃນລະບົບອັບໂຫຼດເອກະສານໂອນເງິນດ່ວນ.
4. ການໂອນເງິນຕົ້ນທຶນ ແລະ ຄ່າທຳນຽມບໍລິການຮັບເງິນດ່ວນ MoneyGram ໃຫ້ກັບບັນດາຮ້ານຕົວແທນຍ່ອຍທີ່ມີ ທຸລະກຳແມ່ນເປັນສະກຸນເງິນກີບທັງໝົດ.
ການຈັດຕັ້ງປະຕິບັດແມ່ນນັບແຕ່ວັນທີ 21/06/2022.. ເປັນຕົ້ນໄປ. ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.
![](https://kkklao.com/wp-content/uploads/2022/06/FB_IMG_1655036703437-728x1024.jpg)
Discussion about this post