ຕາມຂ່າວ ຈາກຈີນ, ວັນທີ11 ມິຖຸນານີ້, ຈີນ ແລະ ຣັດເຊຍ ຮ່ວມຈັດ ພິທີ ເປີດຂົວ ຂ້າມຊາຍແດນ ແຫ່ງໃໝ່ ຂ້າມແມ່ນ້ຳ ອາມູຣ(Amur) ເຊື່ອມຕໍ່ ລະຫວ່າງ ເມືອງບລາໂກ ເວສເຊນ (Blagoveshchensk) ໃນພາກຕາເວັນອອກໄກ ຂອງຣັດເຊຍ ກັບເມືອງ ເຮ່ຍເຫີ (Heihe) ແຂວງ ເຮຍຫລົງຈຽງ (Heilongjiang) ຂອງຈີນ
![](https://kkklao.com/wp-content/uploads/2022/06/Screenshot_20220612-195933-1024x602.jpg)
ມີຄວາມຍາວ ກວ່າ1 ກິໂລແມັດ ໃຊ້ງົບປະມານ ໃນການກໍ່ສ້າງ 342 ລ້ານໂດລາ ສະຫະລັດ ຫລັງຈາກ ໄດ້ກໍ່ສ້າງເມື່ອປີ 2016 ແລະ ສຳເລັດ ເດືອນພຶດສະພາ 2020 ແຕ່ການເປີດຂົວ ຊັກຊ້າ ອອກໄປ ຍ້ອນການ ແພ່ລະບາດ ໂຄວິດ-19.
ສຳລັບ ຂົວແຫ່ງນີ້ ຈະຊ່ວຍ ຫລຸດຜ່ອນ ໄລຍະທາງ ໃນການເດີນທາງ ແລະ ຂົນສົ່ງ ສິນຄ້າ ຂ້າມຊາຍແດນ ລະຫວ່າງ ຈີນ ກັບ ຣັດເຊຍ ໄດ້ເຖິງ 1.500 ກິໂລແມັດ ແລະ ຖືເປັນເສັ້ນທາງ ສຳຄັນ ຂອງຣັດເຊຍ ໃນການຄ້າຂາຍ ກັບຈີນ ແລະ ຈະຊ່ວຍ
![](http://kkklao.com/wp-content/uploads/2022/06/2019-06-05T162046Z_1757487643_RC1C9EE30440_RTRMADP_3_RUSSIA-CHINA-PUTIN-XI.jpg)
ເພີ່ມມູນຄ່າ ສິນຄ້າ ກັບຈີນ ໄດ້ເຖິງ 200 ຕື້ໂດລາ ສະຫະລັດ ໃນອີກ 2ປີຕໍ່ໜ້າ ໂດຍສະເພາະຈີນ ຖືເປັນຜູ້ຊື້ ສິນຄ້າ ປະເພດ ຊັບພະຍາກອນ ທຳມະຊາດ ແລະ ຜະລິດຕະພັນ ທາງກະສິກຳແຫ່ງໃຫຍ່ ຂອງຣັດເຊຍ./. (ພາກຂ່າວ: ຕ່າງປະເທດ)
Discussion about this post