ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສາວໂພສ..!!!ຢາກໃຫ້ມີປະຕິຫານໃຫ້ແມ່ຫາຍດີ ຈະພາແມ່ໄປທ່ຽວທະເລ ດັ່ງທີ່ຫວັງໄວ້

ກຂຄ ລາວ by ກຂຄ ລາວ
ເດືອນທັນວາ 7, 2020
in ບົດຄວາມ
0
Home ບົດຄວາມ

ນັບຈາກວັນລູກເຂົ້າທ້ອງຕະຫລອດມາຊີວິດຂອງຄົນເປັນແມ່ບໍ່ເຄີຍມີວັນໃດເປັນຂອງໂຕເອງເລີຍ ຍີ່ງແມ່ທີ່ມີລູກຮອດ 5ຄົນຄືແມ່ຂ້ອຍ, ຍີ່ງນັບວ່າເປັນແມ່ທີ່ລຳບາກຫນັກຫນາທັງກາຍ ແລະ ໃຈ. ນອກຈາກຈະເຫນື່ອຍຈາກການດູແລພັດວີຢ່າງໃກ້ຊິດແລ້ວ ແມ່ຍັງຕ້ອງລຳບາກຕາກຕຳຫາເງິນຄຳເພື່ອມາລ້ຽງດູລູກໃຫ້ກິນອີ່ມນຸ່ງອຸ່ນ, ສົ່ງເສຍລູກໆຮຽນອີກ ໂດຍທີ່ແມ່ອົດກີນແຊບ, ອົດນຸ່ງງາມ..

ເວລາລູກໆບໍ່ສະບາຍ ແມ່ຈະມີວິທີດູແລ, ປີ່ນປົວ ແລະ ເຮັດໃຫ້ລູກໆເຊົາຮ້ອງໄຫ້ໄດ້, ແຕ່ຕອນນີ້ແມ່ລົ້ມປ່ວຍ, ແມ່ທໍລະມານຈາກພະຍາດຮ້າຍ ແມ່ກິນບໍ່ໄດ້ ນອນບໍ່ໄດ້ ແມ່ເຈັບປວດທົ່ວຮ່າງກາຍ ລູກໆບໍ່ສາມາດເອົາຢາຫຍັງມາປົວແມ່ໄດ້ອີກແລ້ວ, ລູກໆ ບໍ່ສາມາດປອບປະໂລມໃຫ້ແມ່ດີຂື້ນຄືທີ່ແມ່ເຮັດກັບລູກໆເລີຍ..ກົດເກນທຳມະຊາດທີ່ຍາກແທ້ຈະຮັບໄດ້.

ມື້ນີ້ແມ່ຈື່ລູກໆບໍ່ໄດ້ດ້ວຍຊໍ້າ ແມ່ບໍ່ຮູ້ຈັກລູກໆອີກແລ້ວ
ແຕ່ພວກລູກຮູ້ດີວ່າແມ່ເປັນໃຜ? ແມ່ຄືຄົນດຽວ ຄົນທຳອິດທີ່ພວກລູກເອີ້ນຫາ ທັງເວລາດີໃຈ ເສຍໃຈ ແມ່ຄືຄົນຄົນດຽວທີ່ມີອ້ອມກອດທີ່ອຸ່ນທີ່ສຸດ, ຄຳເວົ້າທີ່ອ່ອນໂຍນທີ່ສຸດ, ແມ່ຄືຄົນທີ່ເຮັດອາຫານແຊບທີ່ສຸດ ແລະ ແມ່ເປັນທະນາຄານແຫ່ງດຽວທີ່ລູກໆເອົາເງິນໄດ້ໂດຍບໍ່ມີບັນຊີຝາກ, ແມ່ເປັນຄົນດຽວທີ່ລູກໆເກີດມາກໍໄດ້ຮັບຮັກແທ້ໂດຍບໍ່ມີເງື່ອນໄຂ, ເຖິງແມ່ນມື້ນີ້ແມ່ບໍ່ຮູ້ວ່າລູກໆເຮັດຫຍັງໃຫ້ ແຕ່ມັນຄືສີ່ງທີ່ພວກລູກຢາກເຮັດໃຫ້ແມ່ໃນວາລະສຸດທ້າຍນີ້ດ້ວຍຄວາມຮັກ.

ພວກລູກໂຊກດີທີ່ໄດ້ເກີດເປັນລູກແມ່, ໄດ້ຮັບຄວາມຮັກ,ດູແລເອົາໃຈໃສ່ຈາກແມ່ຢ່າງດີທີ່ສຸດທີ່ແມ່ຄົນຫນື່ງເຮັດໄດ້,
ຊ່ວຍຕໍ່ເວລາໃຫ້ລູກໆອີກຈັກນ່ອຍເດີ້ແມ່, ໃຫ້ລູກໆໄດ້ດູແລແມ່, ໄດ້ຕອບແທນແມ່ຈັກເລັກນ້ອຍເພື່ອຢື້ເວລາ ໃຫ້ພວກລູກຍັງໄດ້ເຫັນແວວຕາເອັນດູຈາກແມ່, ຍັງມີອາຍຄີງອຸ່ນໆຕໍ່ໄປອີກຈັກນ່ອຍ ລຸກໆຍັງອ່ອນນ້ອຍ, ອ່ອນແອ ຍັງທຳໃຈບໍ່ໄດ້ອີ່ຫລີທີ່ຈະເສຍແມ່ໄປແບບບໍ່ມີວັນຫວນກັບມາ

#ສັນຍາກັບແມ່ວ່າເດືອນ 5/2021 ຈະພາແມ່ໄປທ່ຽວທະເລຢູ່ຫວຽດນາມເພາະແມ່ບໍ່ເຄີຍຂີ່ຍົນ, ບໍ່ເຄີຍເຫັນທະເລ ແລະ ບໍ່ເຄີຍໄປຕ່າງປະເທດນອກຈາກໄທ, ຈະຖ້າໃຫ້ລູກສາວຮຽນຈົບແລະ ໄປຮັບໃບປະກາດລູກສາວຢູ່ຫວຽດນາມ ຈື່ງຈະຖືໂອກາດທ່ຽວເລີຍ, ຈະພາແມ່ແລະຄອບຄົວໄປຖ່າຍຮູບຊຸດລາວງາມໆເພື່ອໃສ່ກອບໃຫຍ່ໄວ້ຝາເຮືອນ..ແຕ່ກໍບໍ່ມີໂອກາດອີກແລ້ວເພາະນັບແຕ່ເດືອນ1/2020 ເປັນຕົ້ນມາແມ່ກໍປ່ວຍ, ປ່ວຍຫນັກລົງເລື້ອຍໆ ມາຮອດຕອນນີ້(12/2020)ແມ່ກໍຍັງບໍ່ດີຂື້ນເລີຍ! ແລະ ຍັງອີກຫລາຍໆຢ່າງວ່າຈະພາແມ່ເຮັດ ພາແມ່ໄປ ແຕ່ກໍຄົງບໍ່ມີໂອກາດອີກແລ້ວ!

+++++ຝາກເຖີງລູກໆອີກຫລາຍຄົນທີ່ຍັງດື້ຍັງບໍ່ຟັງຄວາມແມ່ ຍັງບໍ່ໃສ່ໃຈແມ່ ຍັງປ່ອຍປະລະເລີຍແມ່; ເວລາຂອງແມ່ສັ້ນລົງທຸກນາທີ, ເພີ່ນຈະຈາກເຮົາໄປມື້ໃດກໍບໍ່ຮູ້ໄດ້, ຢ່າຖ້າມື້ນັ້ນມື້ນີ້ ປີນີ້ ປີຫນ້າ ເພາະເພີ່ນອາດບໍ່ມີເວລາໃຫ້ເຮົາອີກ. ຢາກພາເພີ່ນໄປທ່ຽວ ລົງມືພາໄປຊະ, ຢາກໃຫ້ຂອງຂວັນຮີບໃຫ້ສາ, ຢາກພາໄປກິນຫຍັງພາໄປສາ, ຢາກໃຫ້ເພີ່ນມີຄວາມສຸກ ຄວາມສະດວກສະບາຍເລີ່ມລົງມືສາ ຖ້າບໍ່ທັນມີປັດໄຈອື່ນ

ສີ່ງທີ່ເຮັດໄດ້ງ່າຍທີ່ສຸດຄື ໃຫ້ເວລາ, ໃຫ້ຄວາມຮັກ, ຄວາມອົບອຸ່ນ ເວົ້ານົວຫົວມ່ວນ ດູແລເພີ່ນຕັ້ງແຕ່ຢີ້ນນ້ຳໃຫ້ດື່ມ, ແຕ່ງອາຫານໃຫ້ກິນ, ຕັດເລັບ ສະຜົມໃຫ້ ຊັກເຄື່ອງໃຫ້ເປັນຄັ້ງຄາວ…ສີ່ງເລັກນ້ອຍເຫລົ່ານີ້ຄືຄວາມສຸກອັນຍີ່ງໃຫຍ່ຂອງແມ່ ແລະ ຂອງໂຕເຮົາເອງທີ່ໄດ້ເຮັດໃຫ້ເພີ່ນ

====ຢ່າມົວເມົາແຕ່ຫລີ້ນກິນ, ຢ່າມົວເມົາແຕ່ກັບວຽກງານ ເງິນ ຄຳ ລາບຍົດ ຕຳແຫນ່ງ… ທຸກສີ່ງສຳຄັນກໍຈິງ ແຕ່ຄວາມກິນແຫນງ ແຄງໃຈ ເສຍໃຈ, ເສຍດາຍ ຮູ້ສຶກຜິດຕໍ່ແມ່ ຕໍ່ໂຕເອງກໍບໍ່ຫນ້ອຍ ຖ້າຫາກເຮົາບໍ່ໄດ້ດູແລເພີ່ນດີໆກ່ອນເພີ່ນຈາກເຮົາໄປແບບບໍ່ມີວັນກັບມາ====

ເລື່ອງລາວນີ້ ຂຽນໂດຍMonae Ctv

ShareTweetShare
Next Post
ເບວລ່າ ຣານີ ທັງງາມທັງໃຈບຸນພ້ອມ ໄຖ່ຊີວິດງົວຈຳນວນ 32 ໂຕ ໄປໃຫ້ເຈົ້າຂອງໃໝ່

ເບວລ່າ ຣານີ ທັງງາມທັງໃຈບຸນພ້ອມ ໄຖ່ຊີວິດງົວຈຳນວນ 32 ໂຕ ໄປໃຫ້ເຈົ້າຂອງໃໝ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...