ສະບາຍດີເຮີຍ ບໍ່ໄດ້ລົມກັນດົນເນາະ. ມື້ນີ້ພວກເຮົາຢາກມາເຕືອນໃຜທີ່ມັກໄປລັກກິນປົ່ນກົບກັບຜົວຄົນອື່ນໃຫ້ລະວັງໄວ້, ເພາະວ່າການກະທຳຂອງພວກທ່ານອາດເຂົ້າຄ່າຍການກະທຳຜິດທາງອາຍາກໍເປັນໄດ້.
![](http://kkklao.com/wp-content/uploads/2022/06/Artboard-93_1-576x1024.jpg)
ພາຍໃຕ້ກົດໝາຍຂອງ ສປປ ລາວ, ການກະທຳຜິດຕໍ່ສາຍພົວພັນຜົວເມຍມີໂທດທາງອາຍາເອີ້ນວ່າ “ການທຳມິດສະຈານ”. ອີງຕາມມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ : ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ.
![](https://kkklao.com/wp-content/uploads/2022/06/3-15.jpg)
ພ້ອມກັນນັ້ນມາດຕາດັ່ງກ່າວຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍ່ຈະຖືກລົງໂທດສະຖານດຽວກັນນຳ.
![](http://kkklao.com/wp-content/uploads/2022/06/1-18-1024x997.jpg)
ດັ່ງນັ້ນໝາຍຄວາມວ່າ, ຜູ້ທີ່ຊວນຜົວຄົນອື່ນໄປກິນປົ່ນກົບ (ລັກສະນະຊູ້ສາວ) ກໍມີຄວາມຜິດຄືກັນກັບຜູ້ທີ່ຖືກຊວນເຊັ່ນກັນ.
![](https://kkklao.com/wp-content/uploads/2022/06/1-20-1024x576.jpg)
ແຫລ່ງທີ່ມາ: Phomsoupha & Son Law
Discussion about this post