ອັດຕາເງີນເຟີ້ທີ່ເພີ່ມສູງຂຶ້ນໃນປັດຈຸບັນ ອາດສົ່ງຜົນກະທົບໃນສອງມິຕິ
ໂດຍ KKP Research ປະເມີນວ່າ “ຄົນລາຍໄດ້ນ້ອຍ” ແລະ “ທຸລະກິດຂະໜາດນ້ອຍ” ຈະມີແນວໂນ້ມເປັນກຸ່ມຄົົນທີ່ໄດ້ຮັບຜົນກະທົບຫລາຍກວ່າ ເນື່ອງຈາກ :
1) ລາຍໄດ້ທີ່ແຕກຕ່າງກັນຂອງຄົນລາຍໄດ້ສູງແລະຄົນລາຍໄດ້ນ້ອຍ ເຮັດໃຫ້ລາຄາອາຫານທີ່ປັບໂຕສູງຂຶ້ນ ກະທົບຄົນລາຍໄດ້ຕ່ຳຫລາຍກວ່າ.
ເນື່ອງຈາກກຸ່ມຄົນລາຍໄດ້ນ້ອຍມັກຈະມີສັດສ່ວນການບໍລິໂພກໃນກຸ່ມສິນຄ້າຈຳເປັນເກືອບທັງໝົດຂອງເງີນ ໜຶ່ງໃນນັ້ນຄື “#ຄ່າອາຫານ” ແລະ “#ພະລັງງານ”
ຂະນະທີ່ກຸ່ມຄົນລາຍໄດ້ສູງຈະໃຊ້ຈ່າຍກັບຄ່າອາຫານໃນສັດສ່ວນທີ່ຕ່ຳກວ່າ ເນື່ອງຈາກມີການບໍລິໂພກສິນຄ້າຟຸ່ມເຟືອຍແລະອື່ນໆດ້ວຍ
ນອກຈາກນີ້, ລາຄາອາຫານທີ່ເພີ່ມສູງຂຶ້ນຢັງເປັນ “ລາຄາອາຫານສົດໃນຕະຫລາດ” ແລະ “ອາຫານຕາມສັ່ງແຄມທາງ” ຂະນະທີ່ລາຄາອາຫານໃນຫ້າງສັບສິນຄ້າບໍ່ເພີ່ມຂຶ້ນຫລາຍ
2) ທຸລະກິດຫຼາຍແຫ່ງໂດຍສະເພາະຂະໜາດນ້ອຍ ມີແນວໂນ້ມໄດ້ຮັບຜົນກະທົບຈາກຕົ້ນທຶນວັດຖຸດິບທີ່ສູງຂຶ້ນ ແຕ່ສົ່ງຜ່ານລາຄາບໍ່ໄດ້
ເມື່ອພິຈາລະນາການເຕີບໂຕຂອງດັດຊະນີລາຄາຜູ້ຜະລິດແລະດັດຊະນີລາຄາຜູ້ບໍລິໂພກໃນຊ່ວງທີ່ຜ່ານມາຈະພົບວ່າ ດັດຊະນີລາຄາຜູ້ຜະລິດເພີ່ມສູງຂຶ້ນໄວກວ່າຫລາຍ ສະທ້ອນຄວາມສາມາດໃນການສົ່ງຜ່ານລາຄາທີ່ເຮັດໄດ້ນ້ອຍໃນພາວະທີ່ເສດຖະກິດຢັງບໍ່ຟື້ນໂຕ ໂດຍກຸ່ມທຸລະກິດຂະໜາດກາງແລະນ້ອຍທີ່ມີອຳນາດຕະຫລາດບໍ່ຫລາຍ ມີແນວໂນ້ມໄດ້ຮັບຜົນກະທົບຫລາຍກວ່າ
#ສາເຫດຂອງເງີນເຟີ້ມາຈາກລາຄາສິນຄ້າ ແລະການບໍລິການສູງຂື້ນ ສາເຫດທີ່ລາຄາສູງເພາະວ່າອຸປະສົງ Demand ຄືຄົນຕ້ອງການສິນຄ້າຫລາຍ ມັນກໍເລີຍເປັນເຫດໃຫ້ລາຄາແພງ
ໃນເມື່ອລາຄາເເພງແລ້ວ ມັນກໍເລີຍເຮັດໃຫ້ມູນຄ່າຂອງເງີນຫຼຸດລົງ ຍົກຕົວຢ່າງຄື ປີກ່ອນເຮົາເຄີຍຊື້ເສື້ອ ລາຄາ 50.000 ກີບ ປີຕໍ່ມາເຮົາຊື້ 100.000 ກີບ ສິນຄ້າຊະນິດດຽວກັນ ສະເເດງວ່າເຮົາໄດ້ຈົກເງີນໃນກະເປົ໋າເພີ້ມອີກ 50.000 ກີບ ແມ່ນບໍ?
ອີກສາເຫດໜຶ່ງ ແມ່ນຜູ້ຄົນມີແຕ່ບໍລິໂພກສິນຄ້ານຳເຂົ້າ ໂດຍທີ່ບໍ່ຜະລິດສິນຄ້າເອງ ເຮັດໃຫ້ເງິນໄຫລອອກນອກຕະຫລອດ.
ເງິນເຟີ້ນັ້ນ ຖ້າເພີ່ມຂຶ້ນໄວເກີນໄປ ຈະສົ່ງຜົນເສຍຕໍ່ລະບົບເສດຖະກິດ ຖ້າລະບົບເສດຖະກິດບໍ່ສາມາດປັບໂຕໄດ້ທັນ ເຊິ່ງຜົນກະທົບທີ່ຈະເກີດຂຶ້ນ ມີດັ່ງນີ້:
1. ຄ່າຄອງຊີບເພີ່ມສູງຂຶ້ນ : ເມື່ອເກີດພາວະເງິນເຟີ້ ຈະເຮັດໃຫ້ຄວາມຕ້ອງການ ໃນການຈ້າງວຽກສູງຂຶ້ນປະຊາຊົນມີຄວາມສາມາດໃນການໃຊ້ຈ່າຍ ຈຶ່ງມີຜົນເຮັດໃຫ້ສິນຄ້າ ແລະບໍລິການປັບໂຕສູງຂຶ້ນຕາມຫຼັກຂອງ ອຸປະສົງ ແລະອຸປະທານ ເຊິ່ງປະຊາຊົນທີ່ມີລາຍໄດ້ນ້ອຍ ຈະໄດ້ຮັບຜົນກະທົບໂດຍກົງ.
2. ເກີດພາວະຟອງສະບູ່ໃນອຸດສາຫະກຳຕ່າງໆ : ເມື່ອຄວາມຕ້ອງການຊື້ຫຼາຍຂຶ້ນ ຈະມີຜົນເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຢ່າງວ່ອງໄວ ເຊັ່ນ: ລາຄາເຮືອນ, ອະພາດເມັ້ນ… ຈົນເຮັດໃຫ້ລາຄາສູງເກີນກວ່າມູນຄ່າທີ່ແທ້ຈິງ ຖ້າລາຍໄດ້ຂອງປະຊາກອນເຕີບໂຕບໍ່ທັນ ກັບລາຄາສິນຄ້າ ກໍມີຄວາມສ່ຽງທີ່ຈະເຮັດໃຫ້ຟອງສະບູ່ແຕກໄດ້.
3. ອຳນາດການຊື້ຂອງເງິນຫຼຸດຕໍ່ລົງ : ເງິນເຟີ້ມີຜົນເຮັດໃຫ້ມູນຄ່າຂອງເງິນຫຼຸດລົງ ເຊັ່ນ: ແຕ່ກ່ອນເຝີ ລາຄາຖ້ວຍລະ 5,000 ກີບ ແຕ່ໃນປັດຈຸບັນນີ້ແມ່ນ 15,000 20,000 ແລະ 25,000 ກີບ. ດັ່ງນັ້ນ, ຄົນທີ່ເກັບເງິນໄວ້ລ້າໆ ບໍ່ນຳເງິນໄປລົງທຶນໃຫ້ເກີດມູນຄ່າເພີ່ມ ກໍຈະເຮັດໃຫ້ເງິນນັ້ນມີມູນຄ່ານ້ອຍລົງ.
4. ລະບົບເສດຖະກິດຂາດສະຖຽນລະພາບ : ເງິນເຟີ້ຈະເຮັດໃຫ້ເກີດອຸປະສົງເພີ່ມຫຼາຍຂຶ້ນ ເຮັດໃຫ້ພາກເອກະຊົນ ຕ້ອງຜະລິດສິນຄ້າ ແລະບໍລິການໃຫ້ພຽງພໍ ຕໍ່ຄວາມຕ້ອງການຂອງຕະຫຼາດ ຖ້າບໍ່ສາມາດເຮັດໃຫ້ພຽງພໍ ກໍຈະເກີດຄວາມຂາດແຄນໃນສິນຄ້າປະເພດດັ່ງກ່າວ.
ແລະເມື່ອຄວາມຕ້ອງການທີ່ຈະຜະລິດສິນຄ້າຫຼາຍຂຶ້ນ ຈຶ່ງຈຳເປັນຕ້ອງຈ້າງແຮງງານເພີ່ມ ໃນບາງເວລາອາດຈະຂາດແຄນແຮງງານ ຈຶ່ງຈຳເປັນຕ້ອງຈ້າງແຮງງານທີ່ມີຄຸນນະພາບຕໍ່າ ເຮັດໃຫ້ສິນຄ້າ ແລະບໍລິການບໍ່ໄດ້ປະສິດທິພາບ.
Discussion about this post