ຕາມຂ່າວຈາກ ໂກລົມໂບ, ສີລັງກາ ຕ້ອງການເງິນ 5ຕື້ໂດລາ ສະຫະລັດ ໃນໄລຍະ 6ເດືອນຕໍ່ໜ້າ ເພື່ອຮັບປະກັນ ຊີວິດ ການເປັນຢູ່ ຂອງປະຊາຊົນ ມີມາດຕະຖານ ຊີວິດ ຂັ້ນພື້ນຖານ ຫລັງຈາກ ທ່ານ Ranil Wikramasiha, ນາຍົກ ລັດຖະມົນຕີ ສີລັງກາ ຖະແຫລງ ຕໍ່ສະພາ ວັນທີ7 ມິຖຸນານີ້ວ່າ: ເພື່ອໃຫ້ສາມາດ ຜ່ານຜ່າ ສະຖານະການ ຄວາມວຸ້ນວາຍ ໃນຂະນະນີ້.
ສີລັງກາ ຕ້ອງການເງິນ 3,3ຕື້ໂດລາ ສະຫະລັດ ສຳລັບ ນຳເຂົ້ານ້ຳມັນ, ເງິນ 900 ລ້ານໂດລາ ສະຫະລັດ ສຳລັບ ຊື້ສະບຽງ ອາຫານ,ເງິນ 250 ລ້ານໂດລາ ສະຫະລັດ ສຳລັບ ຊື້ອາຍແກັສ ປຸງແຕ່ງ ແລະ ອີກ 600 ລ້ານໂດລາ ສະຫະລັດ ສຳລັບ ຊື້ປຸ໋ຍ ໃຫ້ຊາວກະສິກອນ.
![](https://kkklao.com/wp-content/uploads/2022/06/FB_IMG_1654610009327.jpg)
ຂະນະດຽວກັນ ລັດຖະບານ ອະນຸມັດ ຂໍວົງເງິນ ສິນເຊື່ອ 55 ລ້ານໂດລາ ສະຫະລັດ ຈາກທະນາຄານ ເພື່ອການສົ່ງອອກ ແລະ ນຳເຂົ້າ ຂອງອິນເດຍ ແນໃສ່ ສະໜັບ ສະໜູນ ນຳເຂົ້າປຸ໋ຍ 150.000ໂຕນ ສຳລັບ ຊາວກະສິກອນ ນຳໃຊ້ ໃນການປູກຝັງ ໃນລະດູການ ໜ້າຕໍ່ໄປ.
ຂະນະທີ່ ທະນາຄານກາງ ປະເມີນ ໄວ້ວ່າ ເສດຖະກິດ ສີລັງກາ ຈະຫົດຕົວ 3,5%ໃນປີນີ້ ແຕ່ຈະກັບມາ ເຕີບໂຕ ຢ່າງເຂັ້ມແຂງໄດ້ ດ້ວຍການອອກ ມາດຕະການ ປະຕິຮູບ ຂະໜາດໃຫຍ່,ການປັບ ໂຄງສ້າງໜີ້ ແລະ ການສະໜັບ ສະໜູນ ຈາກປະຊາຄົມໂລກ.
ສີລັງກາ ຈະຕ້ອງເຮັດໃຫ້ ເສດຖະກິດ ມີສະຖຽງ ລະພາບ ພາຍໃນ ທ້າຍປີໜ້າ ແລະ ສະຫະ ປະຊາຊາດ ສັນຍາວ່າ ຈະຈັດສັນ ເງິນ 48 ລ້ານໂດລາ ສະຫະລັດ ຊ່ວຍເຫລືອ ດ້ານອາຫານ,ກະສິກຳ ແລະ ສາທາລະນະສຸກ ໃຫ້ສີລັງກາ.
ຂະນະດຽວກັນ ສີລັງກາ ພວມເຈລະຈາ ເງື່ອນໄຂ ການເຮັດ ທຸລະກຳ ແລກປ່ຽນເງິນຕາ ອີງໃສ່ ສະກຸນ ເງິນຢວນ ມູນຄ່າ ປະມານ 1,5 ຕື້ໂດລາ ສະຫະລັດ ທີ່ຕົກລົງກັບຈີນ ເມື່ອປີກ່ອນ ອີກຄັ້ງ ເພື່ອໃຫ້ສາມາດ ຊຳລະສິນຄ້າ ນຳເຂົ້າ ທີ່ຈຳເປັນ ຕື່ມອີກ./.
(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post