ຂປລ.ຕາມຂ່າວຈາກ ໂຕກຽວ,ວັນທີ7 ມິຖຸນານີ້,ສະກຸນ ເງິນເຢນ ຂອງຍີ່ປຸ່ນ ອ່ອນຄ່າລົງ ຕ່ຳສຸດ ຕໍ່ເນື່ອງ ໃນຮອບ 20ປີ ຄັ້ງໃໝ່ ລະດັບ 132,70 ເຢນ ຕໍ່ໂດລາ ສະຫະລັດ ຫລັງຈາກ ທະນາຄານກາງ ຂອງ ສ.ອາເມລິກາ(Fed)
![](https://kkklao.com/wp-content/uploads/2022/06/Screenshot_20220607-211543__01-1024x613.jpg)
ຈະເດີນໜ້າ ເຂັ້ມງວດ ນະໂຍບາຍ ການເງິນ ໃນຕໍ່ໜ້າ ສວນທາງກັບ ທະນາ ຄານກາງ ຍີ່ປຸ່ນ(BOJ) ຈະຍັງຮັກສາ ນະໂຍບາຍ ຜ່ອນຜັນ ທາງການເງິນ ຕໍ່ໄປ ເພື່ອໃຫ້ອັດຕາ ເງິນເຟີ້ ຢູ່ລະດັບ 2% ຕາມເປົ້າໝາຍ ແບບຍືນຍົງ.
ຂະນະທີ່ ເງິນເຢນ ອ່ອນຄ່າ ເຮັດໃຫ້ ລາຄາ ສິນຄ້ານຳເຂົ້າ ແພງຂຶ້ນ ທັງລາຄາ ນ້ຳມັນ ແລະ ສິນຄ້າ ປະເພດຕ່າງໆ./.
(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post