ໄຟໄໝ້ໂຮງໝໍໃນເຊເນການ ເຮັດໃຫ້ເດັກເສຍຊີວິດ10ກວ່າຄົນ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ດາກາ,ວັນທີ26 ພຶດສະພານີ້, ທ່ານ ແມັກກີ ຊໍລ,( McGee Sall),ປະທານາທິບໍດີ ຂອງເຊເນການ ໄດ້ກ່າວສະແດງ ຄວາມເສຍໃຈ ຜ່ານທະວິດເຕີ (Twitter) ຈາກເຫດໄຟໄໝ້ ທີ່ພະແນກແມ່ ແລະ ເດັກ ຂອງໂຮງໝໍ ໃນເມືອງ ຕິວາອວນ(Tivaan)
![](https://kkklao.com/wp-content/uploads/2022/05/FB_IMG_1653579684975.jpg)
ເຮັດໃຫ້ມີ ເດັກເກີດ ໃໝ່ 11 ຄົນ ເສຍຊີວິດ ແລະ ບາດເຈັບອີກ ຈຳນວນໜຶ່ງ.
ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້ ຢ່າງຮີບດ່ວນ./.
(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post