ຂປລ.ສຳນັກຂ່າວ ຣອຍເຕີ,ວັນທີ24 ພຶດສະພານີ້,ເກີດນ້ຳຖ້ວມ ກະທັນຫັນ ແລະ ດິນເຈື່ອນ ໃນລັດ ອັດສຳ(Assam) ທາງຕາເວັນອອກ ສ່ຽງເໜືອ ຂອງອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 25ຄົນ ແລະ
ປະຊາຊົນ ຕ້ອງຍົກຍ້າຍ ອອກຈາກເຮືອນ ຫລາຍກວ່າ 650.000ຄົນ ໃນໄລຍະ 10ວັນ ຜ່ານມາ ຫລັງຈາກ ນ້ຳໃນແມ່ນ້ຳ ພຣົມມະບຸດ ຊຶ່ງເປັນ ແມ່ນ້ຳ ຂະໜາດໃຫຍ່ ທີ່ສຸດ ໃນໂລກ ໄຫລຜ່ານ ທິເບດ, ອິນເດຍ ແລະ ບັງກລາເທດ
ໄດ້ລົ້ນ ແຄມຝັ່ງ ໄຫລເຂົ້າຖ້ວມ ໝູ່ບ້ານ 1.800 ກວ່າແຫ່ງ ຂອງ 26 ເຂດ ໃນລັດດັ່ງກ່າວ .ຂະນະນີ້ ລະດັບນ້ຳ ຖ້ວມຂັງ ເລີ່ມຫລຸດລົງແລ້ວ ມີລາງລົດໄຟ ບາງສ່ວນ ໄດ້ຮັບຄວາມເສຍຫາຍ ຈາກເຫດນ້ຳຖ້ວມ ລວມທັງ ຖະໜົນ,ເຮືອນປະຊາຊົນ ແລະ ອາຄານ ຫລາຍແຫ່ງ ຂອງລັດອັດສຳ.
ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ເປີດສູນ ຊ່ວຍເຫລືອ ຜູ້ປະສົບໄພ ນ້ຳຖ້ວມ 366ຈຸດ ທົ່ວ20ເຂດ ຂອງລັດ ເພື່ອໃຊ້ ເປັນບ່ອນ ພັກອາໄສ ຊົ່ວຄາວ ໃຫ້ແກ່ ປະຊາຊົນ 95.000ຄົນ./.(ພາກຂ່າວ: ຕ່າງປະເທດ)ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ທີ່ມາ: ປະເທດລາວ
Discussion about this post