ໃບປະກາດແດງທີ່ກຳລັງເປັນກະແສ! ໜຸ່ມໂພສປະສົບການໄດ້ໃບປະກາດແດງ2ໃບ ” ໃບປະກາດແດງ ” ຈົບແລ້ວເຕະຝູ່ນ? ເຫັນວ່າເປັນກະແສຢູ່ …ອົດບໍ່ໄດ້ມີຫຼາຍຢ່າງຢາກເວົ້າ ແຕ່ຂໍແລກປ່ຽນນໍາສັ້ນໆສາເດີ້..
ໃນນາມທີ່ຂ້ອຍເອງເປັນຜູ້ໜຶ່ງທີ່ເກີດໃນຄອບຄົວທີ່ທຸກຍາກ ແຕ່ກໍສູ້ຊົນຮຽນຈົນໄດ້ໃບປະກາດແດງນໍາເພີ່ນ 2 ໃບ (ມ7. ແລະ ມຊ)
ກ່ອນອື່ນຕ້ອງຂໍຊົມເຊີຍນ້ອງໆຜູ້ທີ່ຕັ້ງໃຈຮຽນຈົນໄດ້ “ໃບປະກາດແດງ” ແມ່ນຢູ່ວ່າກ່ອນຊິໄດ້ມາມັນບໍ່ງ່າຍ ແຕ່ຈົ່ງຢ່າຄາດຫວັງຫຼືຢືດຕິດກັບມັນຫຼາຍເກີນໄປ ເພາະໃບປະກາດບໍ່ສາມາດຕັດສິນວຽກງານໃນອະນາຄົດໄດ້ສະເໝີໄປ ເຖິງຈະເປັນສີແດງ, ສີດໍາ, ສີຟ້າ…ເຮົາກໍຕ້ອງດິ້ນຮົນຄືກັນ.
ໄດ້ໃບປະກາດແດງແລ້ວ(ຢ່າ)ເຕະຝູ່ນ” ໃບປະກາດແດງ ” ຄືຕົວຊີ້ວັດຜົນງານທີ່ເຮົາໄດ້ຈາກຕໍາລາ (ສະຖາບັນການສຶກສາ) ເປັນໃບເບີກທາງໃນການຫາວຽກ ແຕ່ກໍບໍ່ໝາຍຄວາມວ່າເຮົາຈະໄດ້ວຽກງານສົມດັ່ງໃຈສະເໝີໄປ…
ເພາະໃນຊີວິດຈິງມັນມີຫຼາຍຢ່າງກວ່ານັ້ນ. ຢ່າຢືດຕິດ ຢ່າຄາດຫວັງຫຼາຍ ຢ່າຈໍາກັດຫຼືເລືອກວຽກເກີນໄປ ຖ້າເຮົາເກັ່ງແທ້ຈົ່ງພະຍາຍາມສ້າງຜົນງານໃຫ້ສະໝໍ່າສະເໝີ ຮອດມື້ໜຶ່ງຈະມີທາງເລືອກເຂົ້າມາໃຫ້ເລືອກເອງ…
ຍິ່ງທຸກຍິ່ງຈໍາເປັນຕ້ອງຮຽນ ຢ່າຄິດວ່າບໍ່ມີເສັ້ນສາຍແລ້ວບໍ່ຕ້ອງຮຽນ ການຮຽນບໍ່ໄດ້ເຮັດໃຫ້ຄົນໂງ່ ຖ້າເຈົ້າຮຽນໄດ້ຮຽນເກັ່ງ (ໃນ ແລະ ນອກຕໍາລາ) ເຈົ້າຈະຮູ້ພັດທະນາຊີວິດຕົນເອງແນ່ນອນ ເພາະເຖິງເຈົ້າຈະເຮັດຫຍັງ, ຢູ່ໃສ, ວຽກຖືກສາຍຮຽນ ຫຼື ບໍ່ຖືກສາຍຮຽນ ທຸກຢ່າງລ້ວນແຕ່ໃຊ້ຄວາມຮູ້. ຄັນມີຄວາມຮູ້ຢູ່ໃນຕົວເຮັດວຽກຫຍັງກໍຈະງ່າຍຂຶ້ນ…
ສໍາລັບຂ້ອຍຄິດວ່າທຸກບ່ອນເຫັນຄຸນຄ່າຂອງຄວາມຮູ້ສະເໝີ ພຽງແຕ່ຕ້ອງເບິ່ງປັດໃຈອື່ນນໍາເຊັ່ນ ຄວາມຕ້ອງການສະເພາະສາຍງານ, ວຸດທິພາວະ…ອື່ນໆ ຖ້າຢາກໄດ້ເງິນເດືອນສູງແດ່ກໍຕ້ອງໄສປະສົບການວຽກດ້ານນັ້ນໆ ຕ້ອງຄ່ອຍໄຕ່ເຕົ້າແຕ່ນ້ອຍຫາໃຫຍ່
ຄືໄດ້ໃບປະກາດແດງແລ້ວ ກໍຕ້ອງຖາມຕົນເອງອີກວ່າຢາກເຮັດວຽກຫຍັງ? ນໍາລັດ, ເອກະຊົນ, iNGOs, ເຮັດທຸລະກິດສ່ວນຕົວ… ເຊິ່ງບາງຄັ້ງເຮົາອາດຈະຕ້ອງເຮັດບາງສິ່ງບາງຢ່າງເພື່ອລໍຖ້າອາຊີີບໃນຝັນກໍມີ ຕົວຢ່າງຂ້ອຍເອງ ຢາກເຮັດວຽກນໍາ iNGOs ຫຼື ເອກະຊົນໄລຍະໜຶ່ງ ເມື່ອຕັ້ງຕົວໄດ້ຈະເຮັດທຸລະກິດສ່ວນຕົວ ເຊິ່ງກໍໄດ້ເຮັດຕາມນັ້ນ.
ມີບໍລິສັດເອກະຊົນຕິດຕໍ່ຫາ ແລະ ຂ້ອຍກໍເລີ່ມວຽກຫຼັງຈາກມື້ປ້ອງກັນບົດ 1 ມື້ເທົ່ານັ້ນ, ຕໍ່ມາກໍສະໝັກວຽກນໍາອົງການສາກົນຜ່ານ ແຕ່ປ່ຽນໃຈບໍ່ເຮັດເພາະເລືອກມາເຮັດທຸລະກິດສ່ວນຕົວ. ມາຮອດຊູ່ມື້ນີ້ຂ້ອຍບໍ່ຄິດຊິຫາວຽກອີກ ແຕ່ກັບຄິດວ່າ ຊິເຮັດຫຍັງເພື່ອສ້າງວຽກໃຫ້ຄົນອື່ນໄດ້ເປັນ 10 ເປັນ 100 ຕໍ່ໄປ…
ສຸດທ້າຍ ໃບປະກາດຈະເປັນສີຫຍັງກໍຢ່າ ຈົ່ງຢ່າໄປຄິດຫຍັງຫຼາຍ ຂໍພຽງແຕ່ເຮົາມີຄວາມຮູ້ໃນຕົວຢູ່ໃສເຮົາກໍເອົາຕົວລອດໄດ້ ຍິ່ງທຸກຍິ່ງຕ້ອງຮຽນ ຈື່ຄໍານີ້ໄວ້.ທ້າຍສຸດ ໂພສນີ້ເປັນການແລກປ່ຽນທັດສະນະສ່ວນຕົວ ຖ້າຜິດພາດບ່ອນໃດຂໍໂທດນໍາເດີ້
ປະຫວັດການສືກສາ – ປີ 2018 ຈົບປະລິນຍາຕີຈາກ ມຊ ໄດ້ໃບປະກາດແດງ ແລະ ໄດ້ໄປແລກປ່ຽນໃນໂຄງການ YSEALI ຢູ່ຫວຽດນາມ – ປີ 2017 ໄດ້ທຶນໄປແລກປ່ຽນໃນໂຄງການ JENESYS ທີ່ປະເທດຍີ່ປຸ່ນ; ເປັນຜູ້ຂຽນບົດ ແລະ ກໍາກັບລາຍການໂທລະພາບສໍາລັບເດັກ ໃນໂຄງການ ProCEEd ຂອງອົງການ GIZ – ປີ 2016 ໄດ້ໄປແລກປ່ຽນໃນໂຄງການ TF-SCALE ທີ່ປະເທດສິງກະໂປ – ປີ 2014 ຈົບ ມ.7 ໄດ້ໃບປະກາດແດງ ແລະ ເສັງໄດ້ອັນດັບທີ 2 ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ.ປາຍ (ຕົວແທນແຂວງຫຼວງພະບາງ)- ປີ 2011 ຈົບ ມ.ຕົ້ນ ແລະ ເປັນຕົວແທນແຂວງຫຼວງນໍ້າທາ ມາເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.ຕົ້ນ
– ປີ 2009 ເຂົ້າຮ່ວມໂຄງການໄວໝຸ່ມຕ້ານເອດ ແຂວງຫຼວງນໍ້າທາ ແລະ ໄດ້ສອນຢູ່ໂຮງຮຽນ 1 ປີ– ປີ 2007 ຈົບປະຖົມ ແລະ ເສັງນັກຮຽນເກັ່ງໄດ້ອັນດັບທີ 1 ຂອງເມືອງຫຼວງນໍ້າທາ ແຕ່ບໍ່ມີການເສັງຂັ້ນແຂວງ.ນີ້ຄືຜົນງານການສຶກສາສ່ວນໜຶ່ງຂອງຊີວິດທີ່ຂ້ອຍສະສົມມາ ແລະ ຂ້ອຍຄົງຍັງຈະສະສົມອີກຕໍ່ໄປ…ຂໍຂອບໃຈທີ່ອ່ານມາຮອດຈຸດນີ້ ຂໍສະແດງຄວາມຍິນດີກັບຕົນເອງ..ຍອດຄະແນນຂອງການສືກສາ,,,,,,,…..
Discussion about this post