ສຳນັກຂ່າວ ຊິນຮວາ ຂອງຈີນ,ວັນທີ19 ພຶດສະພານີ້, ສຳນັກງານ ບໍລິຫານ ຄວາມປອດໄພ ການຈະລາຈອນ ທາງຫລວງ ແຫ່ງຊາດ ສ.ອາເມລິກາ (NHTSA) ໄດ້ເປີດເຜີຍ ການຄາດຄະເນ ເບື້ອງຕົ້ນວ່າ ຈໍານວນ ຜູ້ເສຍຊີວິດ ຕາມຖະໜົນໃນ ສ.ອາເມລິກາເພີ່ມຂຶ້ນ 10,5%

ກວມເອົາ ຈຳນວນ 42,915 ຄົນ ໃນປີ 2021 ເຊິ່ງເປັນການ ເສຍຊີວິດ ທາງຖະໜົນ ສູງທີ່ສຸດ ຂອງ ສ.ອາເມລິກາ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ.

ຕົວເລກ ດັ່ງກ່າວ ຍັງຖືເປັນ ການເພີ່ມຂຶ້ນ ລາຍປີ ສູງທີ່ສຸດ ນັບແຕ່ ໃຊ້ລະບົບ ຕິດຕາມ ການເສຍຊີວິດ ຈາກອຸບັດເຫດ ຕາມຖະໜົນ ເມື່ອປີ1975 ເນື່ອງຈາກ ຜູ້ຂັບຂີ່ ບໍ່ປະຕິບັດ ກົດລະບຽບ ການສັນຈອນ ຫລາຍຂຶ້ນ ໂດຍສະເພາະ ຂັບລົດໄວ ເກີນກຳນົດ,ເມົາແລ້ວຂັບ ແລະ ປັດໄຈ ອື່ນໆອີກ.

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post