ຂໍສະແດງຄວາມໄວ້ອາໄລ ແດ່ດວງວິນຍານ ຂອງທ່ານ ປອ.ທອງຄຳ ອ່ອນມະນີສອນ ສິລະປິນດີເດັ່ນແຫ່ງຊາດ ສາຂາວັນນະກຳ

ນັກຂຽນລາງວັນຊີໄຣ ນັກຂຽນລາງວັນແມ່ນ້ຳຂອງ ນັກຂຽນລາງວັນນາກຄຳ

ຜູ້ຄົ້ນຄ້ວາວັດຈະນານຸກົມພາສາລາວ ແລະ ຜົນງານອື່ນໆ ເຊິ່ງໄດ້ ວາງປາກກາ ຫລັບຕາອຳລາວົງການໄປແລ້ວຊົ່ວກາລະນານ ໃນມື້ນີ້, ວັນທີ 19/5/2022, ເວລາ 4:00 ໂມງ ລວມອາຍຸ 73 ປີ.

ບັດນີ້ ໂພໃຫຍ່ລົ້ມ ເສຍຮົ່ມເງົາພັກ
ນັກກະວີມືຊຽນ ປ່ຽນສີໂສມເສົ້າ
ປາຍປາກກາສູນສິ້ນ ຄົນດີກະວີເອກ
ນັກຂຽນຊຸມຊາດເຊື້ອ ຕັ້ງແຕ່ເໜືອຮອດໃຕ້
ຜົນງານຈາລຶກໃນແຜ່ນພື້ນ ບໍ່ມີມື້ເສື່ອມສະຫລາຍ
ແທ້ແລ້ວ

ບົດກະວີ: ສາລາກະວີງົວແລະກວຽນ
ຂໍສະແດງຄວາມເສຍໃຈນຳຄອບຄົວດ້ວຍ !
Discussion about this post