ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງສິ່ງແວດລ້ອມຂອງກຳປູເຈຍໄດ້ອອກຖະແຫຼງການເຕືອນປະຊາຊົນກ່ຽວກັບການປະຕິບັດຕໍ່ພືດປະຈຳທ້ອງຖິ່ນຂອງກຳປູເຈຍ

ຫຼັງຈາກທີ່ມີຄຼິບວີດີໂອຂອງກຸ່ມໄວໜຸ່ມສາວຈຳນວນໜຶ່ງກຳລັງເກັບດອກໄມ້ຂອງພືດດັ່ງກ່າວເປັນຈຳນວນຫຼາຍເຜີຍແຜ່ອອກມາທາງອອນລາຍ ແລະ ກາຍເປັນທີ່ນິຍົມຢ່າງວ່ອງໄວ.

ຊຶ່ງພືດດັ່ງກ່າວຢູ່ໃນສາຍພັນ Nepenthes holdenii ຫຼື ຕະກູນໝໍ້ເຂົ້າໝໍ້ແກງລີງ ມີຊື່ຫຼິ້ນວ່າ Penis Plant ເນື່ອງຈາກດອກຂອງພືດນີ້ມີຮູບຮ່າງຄ້າຍຄືກັບອະໄວຍະວະເພດຊາຍ ຊຶ່ງພົບເຫັນຢູ່ໃນແຖວພູດ້ານຕາເວັນຕົກຂອງປະເທດກຳປູເຈຍໃນລະດັບຄວາມສູງກວ່າລະດັບນ້ຳທະເລ 600-800 ແມັດ ແລະ ຍັງຢູ່ໃນລາຍການພືດສະຫງວນທີ່ໄດ້ຮັບການຄຸ້ມຄອງ

ເນື່ອງຈາກມີຄວາມສ່ຽງຕໍ່ການສູນພັນ ຫຼັງຈາກໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ມີຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວຈຳນວນຫຼາຍເກັບດອກໄມ້ດັ່ງກ່າວແລ້ວນຳມາຖ່າຍຮູບ ຫຼື ວີດີໂອ ເພື່ອນຳໄປເຜີຍແຜ່ທາງອອນລາຍ

ໂດຍໃນຄຼິບດັ່ງກ່າວສັນນິຖານວ່າໄດ້ຖ່າຍທຳແຖວພູໂບກໍ ແຂວງກໍອົມໂປດ ທີ່ປາກົດພາບຂອງໄວໜຸ່ມສາວກຸ່ມໜຶ່ງໃນຊຸດສີສັນສົດໃສຮ່ວມກັນເກັບດອກໄມ້ດັ່ງກ່າວໂດຍການດຶງດອກໄມ້ຂຶ້ນມາຈາກພື້ນດິນ ແລະ ແຕ່ລະຄົນກໍນຳດອກໄມ້ທີ່ເກັບໄດ້ມາຖ່າຍຮູບຄູ່ກັບໂຕເອງ

ໂດຍສະແດງທ່າທາງພ້ອມທັງເວົ້າອອກໄປໃນທາງກ່ຽວກັບເລື່ອງທາງເພດ ຊຶ່ງການກະທຳດັ່ງກ່າວສ້າງຄວາມກັງວົນໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຫຼາຍ.

ໃນຖະແຫຼງການຈາກກະຊວງສິ່ງແວດລ້ອມໄດ້ມີການຕຳນິການກະທຳຂອງກຸ່ມໄວໜຸ່ມສາວໃນຄຼິບຢ່າງຊັດເຈນ ໂດຍລະບຸວ່າ ເປັນການເຮັດຜິດ ແລະ ບໍ່ຄວນເຮັດຊ້ຳພ້ອມທັງກ່າວເຕືອນວ່າ ບໍ່ຄວນເກັບດອກໄມ້ດັ່ງກ່າວເພາະອາດຈະເຮັດໃຫ້ພືດຊະນິດນີ້ສູນພັນໄດ້.
ຂ່າວ: ປະຊາຊົນ
Discussion about this post