ເວບໄຊ້ Dispatch ຂອງເກົາຫຼີໃຕ້ ເຜີຍລາຍງານວ່າ ມີຜົນການວິໄຈ ການເບິ່ງຮູບຄົນໜ້າຕາດີ ຊ່ວຍໃຫ້ຄວາມສາມາດໃນການຈື່ຈຳດີຂຶ້ນ ໂດຍງານວິໄຈດັ່ງກ່າວຖືກເຜີຍແຜ່ເມື່ອປີທີ່ຜ່ານມາ ແຕ່ເມື່ອບໍ່ນານມານີ້ໄດ້ກັບມາເປັນທີ່ສົນໃຈອີກຄັ້ງຕາມລາຍງານຂອງລາຍການ Discovering Life ທາງຊ່ອງKBS-1TV
ງານວິໄຈດັ່ງກ່າວໄດ້ເຮັດການທົດລອງກັບຜູ້ຍິງແລະໄວກາງຄົນ ໂດຍຄັ້ງທຳອິດໃຫ້ຈົດຈຳຊື່ຄົນພາຍໃນ 1 ນາທີ ຕໍ່ມາໃຫ້ຈົດຈຳຊື່ຄົນພ້ອມກັບຮູບພາບຄົນໜ້າຕາດີ ຜົນປາກົດວ່າ ເມື່ອໃຫ້ຈຳຊື່ພ້ອມກັບພາບຄົນງາມໜ້າຕາດີ ຄຳຕອບທີ່ຖືກຕ້ອງເພີ່ມຫຼາຍຂຶ້ນໃນອັດຕາສະເລ່ຍ 2 ເປັນ 4
![](https://kkklao.com/wp-content/uploads/2020/11/1-2-1024x1008.jpeg)
ນອກຈາກນີ້ ຍັງມີການຢືນຢັນໂດຍການໃຊ້ວິທີການກວດຄື້ນໄຟຟ້າສະໝອງ(Electroencephalogram ຫຼື EEG)ພົບວ່າ ເມື່ອເຮົາເບິ່ງຮູບພາບຄົນໜ້າຕາດີຄື້ນສະໝອງມີປະຕິກິລິຍາ ຕອບສະໜອງທີ່ຫຼາຍກວ່າປົກກະຕິ ໂດຍ ດຣ ລີ ຈິດຕະແພດຜູ້ເຮັດການວິໄຈກ່າວວ່າ
ຈາກການທົດລອງດັ່ງກ່າວ ສາມາດຢືນຢັນໄດ້ວ່າ: ລະດັບການກະຕຸ້ນຂອງສະໝອງ ກັບຂະມັບມີຄວາມສຳພັນກ່ຽວເນື່ອງກັບຄວາມຈຳ ທັງນີ້ການເບິ່ງຮູບຄົນໜ້າຕາດີບໍ່ພຽງແຕ່ຈະເຮັດໃຫ້ຄວາມຈຳດີຂຶ້ນ ແຕ່ຍັງເຮັດໃຫ້ຮູ້ສຶກດີ ແລະ ກະຕຸ້ນສະໝອງໃຫ້ຄິດບວກນຳອີກ.
![](https://kkklao.com/wp-content/uploads/2020/11/2-1-1024x1006.jpeg)
ຂໍຂອບໃຈເຈົ້າຂອງຮູບ: ສາຍຝົນ ແລະ ສາວພອນ
Discussion about this post