ຈາກຜູ້ໃຊ້ເຟສບຸກຊື່Sengchanh Keokhamsouk ໄດ້ໂພສວ່າ: ບໍ່ວ່າງຢ່າອ່ານ ຂ້ອຍຈົ່ມຊື່ໆ
ກ່ອນອື່ນບອກນ້ອງໆຢ່າຮຽນຕໍ່ຖ້າບໍ່ມີເສັ້ນສາຍໃຫຍ່ພຽງພໍ
![](https://kkklao.com/wp-content/uploads/2022/05/Screenshot_20220517-090614-681x1024.jpg)
ຖ້າຂ້ອຍຢາກເຮັດວຽກໃນໂຮງງານ ຢາກເຮັດວຽກໃຊ້ແຮງງານ ຂ້ອຍບໍ່ຈຳເປັນຕັ້ງໃຈຮຽນລຳບາກປານນີ້ ບໍ່ຕ້ອງເສຍເງີນຮຽນຫລາຍປານນີ້ ບໍ່ຕ້ອງຈົບປະລິນຍາຕີກະເຮັດໄດ້
![](https://kkklao.com/wp-content/uploads/2022/05/Screenshot_20220517-090627-1024x1024.jpg)
ເວລາຮຽນບັງຄັບໃຫ້ຂ້ອຍຮຽນ ຕັ້ງໃຈຮຽນຊ່ຳໃດກະຍັງວ່າບໍ່ດີພໍ @ແລ້ວທີຂ້ອຍຈົບມາ #ດ້ວຍກຽດນິຍົມອັນດັບ1 ເລື່ອງຄວາມຮູ້ ຄວາມສາມາດບໍ່ນ້ອຍຫນ້າໃຜດອກ ແລ້ວມີວຽກຮອງຮັບຂ້ອຍບໍ ກົດດັນໃຫ້ໄປເຮັດວຽກນຳໂຮງຈັກໂຮງງານໂດຍບໍ່ມີລະດັບຂັ້ນເງີນເດືອນຕ່າງຈາກຜູ້ບໍ່ໄດ້ຮຽນເລີຍ ດີບໍ່ດີໄດ້ເງີນຫນ້ອຍກວ່າຜູ້ບໍ່ໄດ້ຮຽນອີກ ເງີນເດືອນ1-2ລ້ານ ແຕ່ຄ່າຄອງຊີບ3-4ລ້ານຕໍ່ເດືອນຍັງບໍ່ພໍ
![](https://kkklao.com/wp-content/uploads/2022/05/Screenshot_20220517-090620-744x1024.jpg)
ຢາກພັດທະນາຊັບພະຍາກອນມະນຸດແຕ່ບໍ່ມີການສ້າງແຮງຈູງໃຈຫລືແຮງກະຕຸ້ນຕໍ່ແນວຄວາມຄິດມີແຕ່ໃຫ້ໄປຕາມເປັນຕາມເກີດໃຜມັນ
ເຊື່ອຫມັ້ນໃນແນວຄິດການເມືອງເພາະມີຄວາມສະຖຽນນະພາບດີ ແຕ່ການຈັດສັນບຸກຄະລາກອນຍັງບໍ່ເກີດດອກອອກຜົນເທົ່າທີ່ຄວນ
![](https://kkklao.com/wp-content/uploads/2022/05/Screenshot_20220517-090605-672x1024.jpg)
ຕັ້ງໃຈຮຽນເກືອບຕາຍສຸດທ້າຍຂາຍເຂົ້າປຸ້ນຢູ່ບ້ານ
ແຫລ່ງທີ່ມາ:
![](https://kkklao.com/wp-content/uploads/2022/05/Screenshot_20220517-090533-694x1024.jpg)
Discussion about this post