ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງໄນໂຣບີ ປະເທດເຄນຢາໄດ້ເປີດທົດລອງນຳໃຊ້ເສັ້ນທາງ ໃນຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງແມ່ນເສັ້ນທຳອິດຢູ່ພາກພື້ນອາຟຣິກາຕາເວັນອອກ ທີ່ບໍລິສັດຈີນຮັບເໝົາກໍ່ສ້າງ, ມີຄວາມຍາວທັງໝົດ 27,1 ກິໂລແມັດ, ເສັ້ນທາງດັ່ງກ່າວໄດ້ເຊື່ອມຈອດສະໜາມບິນສາກົນ, ຄຸ້ມທຸລະກິດການຄ້າໃຈກາງເນໂຣປີ, ທຳນຽບປະທານາທິບໍດີ ແລະ ເຂດອື່ນໆ.

ການເປີດນຳໃຊ້ເສັ້ນທາງດັ່ງກ່າວຈະຫຼຸດຜ່ອນຄວາມແອອັດດ້ານຄົມມະນາຄົມຢູ່ເທສະບານເມືອງໄດ້ຢ່າງຫຼວງຫຼາຍ, ທັງຫຼຸດຕົ້ນທຶນການເດີນທາງດ້ວຍລົດ, ຊ່ວຍຍົກສູງປະສິດທິພາບໃນການເຄື່ອນໄຫວຂອງຕົວເມືອງ.

ລັດຖະມົນຕີກະຊວງຄົມມະນາຄົມ ພື້ນຖານໂຄງລ່າງ ເຮືອນຢູ່ ພັດທະນາຕົວເມືອງ ແລະໂຍທາທິການເຄນຢາກ່າວໃນພິທີເປີດທົດລອງນຳໃຊ້ເສັ້ນທາງດັ່ງກ່າວວ່າ: ນີ້ແມ່ນໂຄງການທີ່ມີຄວາມໝາຍປະຫວັດສາດ, ເຄນຢາ ແລະ ຈີນໄດ້ສືບຕໍ່ການຮ່ວມມືທີ່ດີໃນການກໍ່ສ້າງພື້ນຖານໂຄງລ່າງ.

ຫຼັງຈາກເສັ້ນທາງເສັ້ນນີ້ເປີດການນຳໃຊ້ແລ້ວ, ຈະສາມາດຫຼຸດຜ່ອນຄວາມແອອັດດ້ານຄົມມະນາຄົມໃນເທສະບານເມືອງຢູ່ນະຄອນຫຼວງໄນໂຣບີ, ພະລັງຊີວິດຂອງການພັດທະນາຕົວເມືອງຈະສາມາດຍົກສູງຂຶ້ນຢ່າງຫຼວງຫຼາຍ, ທັງຊ່ວຍຊຸກຍູ້ການພັດທະນາເສດຖະກິດເຄນຢາ.
ທີ່ມາຂ່າວ: CRI-FM93
Discussion about this post