ວັນທີ 16 ພຶດສະພາ 2022, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງກ່ຽວກັບ “ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ” ວ່າ: ພາຍຫຼັງປະເທດເຮົາໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-16 ແຕ່ທ້າຍປີ 2019 ເປັນຕົ້ນມາ ລວມທັງສະພາບການເໜັງຕີງແຮງຂອງຄ່າເງິນຂອງຫຼາຍປະເທດ ຢູ່ຕະຫຼາດສາກົນ ແລະ ພາກພື້ນ, ການເພີ່ມຂຶ້ນຂອງລາຄານ້ໍາມັນເຊື້ອໄຟໃນຕະຫຼາດໂລກ ສົ່ງຜົນເຮັດໃຫ້ຄ່າເງິນກີບ ກໍຄືອັດຕາແລກປ່ຽນຍັງສືບຕໍ່ຜະເຊີນກັບສິ່ງທ້າທາຍຫຼາຍດ້ານ ໂດຍອ່ອນຄ່າ 18,36% ທຽບໃສ່ເງິນໂດລາ ແລະ 9,4% ທຽບໃສ່ເງິນບາດທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ.

ຜູ້ວ່າການທະນາຄານແຫ່ງສປປ ລາວ ກ່າວຕື່ມວ່າ: ບັນຫາສໍາຄັນໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກ ປ່ຽນຂອງພວກເຮົາເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ຕະຫຼາດນອກລະບົບຍ້ອນສະຕິຕໍ່ກົດໝາຍຂອງບຸກຄົນ, ນິຕິບຸກຄົນຈໍານວນບໍ່ໜ້ອຍໃນສັງຄົມຍັງບໍ່ສູງ,ການ ປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດຍັງບໍ່ທັນກົມ ກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍສົມຄວນບໍ່ທັນເຂົ້າມາປະເທດຕາມລະບຽບການ; ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດລວມທັງການແລກປ່ຽນເງິນຕາແບບບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນພາໃຫ້ຄວາມສາມາດສະໜອງເງິນ ຕາຕ່າງປະເທດຂອງລະບົບທະນາຄານຫຼຸດລົງ ໃນສະພາບລາຄາສິນຄ້ານໍາເຂົ້າທີ່ຈໍາເປັນຕໍ່ການດໍາລົງຊີວິດ ໄດ້ເພີ່ມຂຶ້ນສູງຫຼາຍນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.
ສະເພາະ 4 ເດືອນຕົ້ນປີ 2022, ເຖິງວ່າມູນຄ່າດຸນການຄ້າດ້ານສິນຄ້າຂອງສປປ ລາວ ຢູ່ໃນລະດັບ 589,66 ລ້ານໂດລາດີກວ່າໄລຍະດຽວກັນຂອງປີຜ່ານມາເກືອບ 50%, ແຕ່ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນທີ່ໄດ້ໂອນເຂົ້າມາປະ ເທດຜ່ານລະບົບທະນາຄານ, ຂະນະທີ່ 98% ຂອງມູນ່ຄາການນໍາເຂົ້ານັ້ນໄດ້ໂອນອອກຜ່ານລະບົບທະນາ ຄານເຮັດໃຫ້ພວກເຮົາຜະເຊີນກັບສະພາບກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າກະແສເງິນເຂົ້າປະເທດຜ່ານລະບົບທະນາຄານໃນລະດັບຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 143%.
ເຖິງວ່າຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດໄດ້, ແຕ່ຖ້າທຸກຄົນທຸກພາກສ່ວນທຸກສາຍອາຊີບບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ກໍາສະພາບຄວາມເປັນຈິງໄດ້ ແລະ ຕັດສິນໃຈເປັນໜຶ່ງດຽວກັນຮ່ວມກັນແກ້ໄຂຈະສາມາດຜ່ານຜ່າບັນຫາອັດຕາແລກປ່ຽນທີ່ພວກເຮົາກໍາລັງຜະເຊີນຢູ່ໃນປັດຈຸ ບັນບໍ່ວ່າຈະເປັນສະພາບການອ່ອນຄ່າແຮງ ແລະ ໄວຂອງເງິນກີບກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ອັດຕາແລກປ່ຽນຢູ່ນອກລະບົບໄດ້.
ຜູ້ວ່າການທະນາຄານແຫ່ງສປປ ລາວ ກ່າວວ່າ:ເພື່ອແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ພວມສຸມໃສ່ປະຕິບັດບັນດາມາດຕະການຈໍານວນໜຶ່ງເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດໃຫ້ຢູ່ໃນລະດັບທີ່ເໝາະສົມໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ, ຍົກສູງຄຸນຄ່າຂອງເງິນກີບ ແລະ ຄຸນນະພາບສິນເຊື່ອຂອງລະບົບທະນາຄານໃຫ້ແທດເໝາະກັບສະພາບຄວາມຕ້ອງການໃນການ ນໍາໃຊ້ເພື່ອພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກ ແລະ ນໍາເຂົ້າສິນຄ້າສູງຂຶ້ນເກີນຄວາມຈໍາເປັນຜ່ານການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຈໍານວນໜຶ່ງເປັນຕົ້ນການດັດປັບອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ດັດປັບອັດຕາເງິນແຮຝາກບັງຄັບ ແລະ ອອກພັນທະບັດຂອງທະນາຄານແຫ່ງສປປ ລາວ ໃນລະດັບເໝາະສົມ.
ຂະນະດຽວກັນຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນດໍາເນີນມາດຕະການທີ່ເຂັ້ມງວດກວ່າເກົ່າຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວດ້ານເງິນຕາຕ່າງປະເທດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ໂດຍຈະເຂັ້ມງວດຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕົວແທນໂດຍການນໍາໃຊ້ມາດຕະການບໍລິຫານເຄັ່ງຄັດຫຼາຍຂຶ້ນຜ່ານ ທັງກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປ ລາວ ແລະ ຜ່ານການຊີ້ນໍາໃຫ້ທະນາຄານທຸລະກິດໃຫ້ເພີ່ມທະວີຄວາມຮັບຜິດຊອບປະກອບສ່ວນຄຸ້ມຄອງເງິນຕາຕ່າງປະເທດໃຫ້ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະທະນາຄານທຸລະກິດໃຫ້ເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາຄານແຫ່ງ ສປປ ລາວ ກໍານົດອອກ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຄັ່ງຄັດຫຼາຍຂຶ້ນພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດໃຫ້ໄປຕາມລະ ບຽບກົດໝາຍກໍຄືຂະບວນການຍຸຕິທໍາຢ່າງເປັນຮູບປະທໍາຫຼາຍຂຶ້ນ ເວົ້າລວມ ເວົ້າສະເພາະຈະຍຸດຕິການອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາຕົວແທນ ທີ່ປະກາດອັດຕາແລກປ່ຽນ ແລະ ຊື້-ຂາຍເງິນຕາທີ່ບໍ່ສອດ ຄ່ອງກັບລະບຽບກົດໝາຍທັງເຂັ້ມງວດກວດກາ ແລະ ປະຕິບັດມາດຕະການຕໍ່ການໃຫ້ບໍລິການແລກປ່ຽນ ເງິນຕາຢ່າງເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການເຄື່ອນໄຫວສ້າງຄວາມປັ່ນປ່ວນອັດຕາແລກປ່ຽນ.
ນອກນີ້ຈະສົມທົບກັບຂະແໜງການ ແລະ ພາກສ່ວນຮັບຜິດຊອບທີ່ກ່ຽວຂ້ອງປັບປຸງກົນໄກຄຸ້ມຄອງ ແລະ ສະໜອງເງິນຕາຕ່າງປະເທດ ຕິດພັນກັບການນໍາເຂົ້າສິນຄ້າທີ່ຈໍາເປັນສໍາລັບການດໍາລົງຊີວິດຂອງພໍ່ແມ່ປະ ຊາຊົນທີ່ພາຍໃນປະເທດເຮົາຍັງບໍ່ສາມາດຜະລິດໄດ້ເອງເປັນຕົ້ນນ້ໍາມັນເຊື້ອໄຟໃຫ້ໄດ້ໃນລະດັບແທດເໝາະກັບຄວາມຈໍາເປັນໃນການດໍາລົງຊີວິດ ແລະ ຄວາມເໝາະສົມໃນການພັດທະນາຕາມພື້ນຖານເສດຖະກິດຂອງປະເທດຕົວຈິງ.
ຜ່ານມາໄດ້ຄົ້ນຄວ້າກົນໄກການນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະສະສາງດ້ານການຄ້າ 2 ຝ່າຍໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການຄ້າລະຫວ່າງປະເທດໂດຍນໍາໃຊ້ສະກຸນເງິນກີບ ແລະ ສ້າງຄວາມສົມດຸນຄວາມຕ້ອງການເງິນຕາກັບບັນດາປະເທດຄູ່ຄ້າຂອງສປປ ລາວ ໃຫ້ຫຼາຍຂຶ້ນ; ປະສານສົມທົບກັບຂະແຫນງການກ່ຽວຂ້ອງ ຄົ້ນຄວ້າກໍານົດ ນະໂຍບາຍ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງໜີ້ສິນຕໍ່ຕ່າງປະເທດໂດຍສະເພາະໜີ້ສິນຕໍ່ຕ່າງປະເທດຂອງຜູ້ລົງທຶນຕ່າງປະເທດ ແລະ ພາກເອ ກະຊົນພາຍໃນ.
ແນວໃດກໍດີທຸກຄົນຄວນຍົກສູງສະຕິຕໍ່ລະບຽບກົດໝາຍ, ບໍ່ສົມຮູ້ຮ່ວມຄິດ, ບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ເຊີດຊູນ້ໍາໃຈຊາດສົ່ງເສີມການຜະລິດທີ່ເປັນທ່າແຮງຂອງຊາດ, ອຸດໜູນຜະລິດຕະພັນຂອງລາວ, ຫຼຸດຜ່ອນການຊົມໃຊ້ສິນຄ້າ-ການບໍລິການທີ່ບໍ່ຈໍາເປັນ ແລະ ຟຸມເຟືອຍເພື່ອຊ່ວຍກັນປະຢັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ຊ່ວຍໃຫ້ມີລາຍຮັບທີ່ເປັນເງິນ ຕາຕ່າງປະເທດເຂົ້າປະເທດເຂົ້າລະບົບທະນາຄານຫຼາຍຂຶ້ນເພື່ອປະກອບສ່ວນເຮັດໃຫ້ຖານະເງິນຕາຕ່າງ ປະເທດຂອງຊາດເຂັ້ມແຂງຂຶ້ນຫຼຸດຜ່ອນແຮງກົດດົນຕໍ່ອັດຕາແລກປ່ຽນ.
ຂ່າວ: ໜັງສືພິມ ລາວພັດທະນາ
Discussion about this post