ຕາມຂ່າວຈາກ ນີວແດນລີ, ວັນທີ16 ພຶດສະພານີ້,ອິນເດຍ ພວມຜະເຊີນກັບ ສະພາບ ອາກາດ ຮ້ອນທີ່ສຸດ ໃນຮອບ 100ປີ ໃນຫລາຍພື້ນທີ່ ລວມທັງ ນະຄອນ ຫລວງ ນີວແດນລີ ມີອຸນຫະພູມ ສູງຫລາຍກວ່າ 40ອົງສາ ແລະ ມີຜູ້ເສຍຊີວິດ ຈາກອາກາດ ຮ້ອນແລ້ວ ເກືອບ30ຄົນ.

ສຳນັກງານ ອຸຕຸນິຍົມ ວິທະຍາ ຂອງອິນເດຍ ລາຍງານວ່າ:

ຄື້ນຄວາມຮ້ອນ ໄດ້ແຜ່ເຂົ້າ ປົກຄຸມ ໄປທາງພາກເໜືອ ຂອງອິນເດຍ ສົ່ງຜົນໃຫ້ ອຸນຫະພູມ ເພີ່ມສູງຂຶ້ນ ເຖິງ 45 ອົງສາ ໃນລັດ ຣາຊາຖານ (Rajasthan)

ສົ່ງຜົນໃຫ້ເຈົ້າໜ້າທີ່ ທາງການ ນຳລົດ ສີດນ້ຳ ຈຳນວນ 4ຄັນ ອອກມາ ສີດພົ່ນນ້ຳ ຫລຸດຜ່ອນ ຄວາມຮ້ອນ ຮຸນແຮງ ໃນຄັ້ງນີ້.

..

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post