ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການ ມາ ຍັງບໍລິສັດນຳທ່ຽວ, ຫົວຫນ່ວຍທຸລະກິດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ບຸກຄົນ, ນິຕິບຸກຄົນ, ພໍ່, ແມ່, ປະຊາຊົນ, ທະຫານ, ຕໍາຫຼວດ, ທັງພໍ່ຄ້າຊາວຂາຍທົ່ວສັງຄົມ ແລະ ອົງການຈັດຕັ້ງສາກົນປະຈຳລາວ, ເພື່ອຊາບວ່າ:
![](https://kkklao.com/wp-content/uploads/2022/05/2-14.jpg)
ແຫຼ່ງທ່ອງທ່ຽວ ຫໍພຣະແກ້ວ, ວັດສີສະເກດ ແລະ ພຣະທາດຫຼວງ ທີ່ເປັນມໍລະດົກແຫ່ງຊາດ ຈະໄດ້ເກັບຄ່າເຂົ້າ ຊົມໃນລາຄາໃໝ່ ຕາມໝວດທີ 3 ມາດຕາ 39 ຂອງລັດຖະບັນຍັດປະທານປະເທດ ເລກທີ 002/ປທທ, ລົງວັນທີ 17 ມິຖຸນາ 2021, ນັບຕັ້ງແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ ລາຍລະອຽດດັ່ງລຸ່ມນີ້:
![](https://kkklao.com/wp-content/uploads/2022/05/1-14-1024x685.jpg)
1. ປີ້ເຂົ້າຊົມຄົນລາວ ລາຄາເກົ່າ 3,000 ກີບ/ຄົນ ມາເປັນລາຄາໃໝ່ 5,000 ກີບ/ຄົນ.
2. ປິເຂົ້າຊົມຄົນຕ່າງປະເທດ ລາຄາເກົ່າ 10,000 ກີບ/ຄົນ. ມາເປັນລາຄາໃໝ່ 30,000 ກີບ/ຄົນ.
![](https://kkklao.com/wp-content/uploads/2022/05/3-10.jpg)
ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານເພື່ອຊາບ.
Discussion about this post