ສະບາຍດີລູກຄ້າທີ່ຮັກແພງ ກ່ອນອື່ນຫມົດ ທາງ ບໍລິສັດ ພີທີທີ (ລາວ) ຈຳກັດ ຕ້ອງຂໍອະໄພໃນຄວາມບໍ່ສະດວກໃນການສະຫນອງນ້ຳມັນເຊື້ອໄຟບໍ່ພຽງພໍໃນຊ່ວງນີ້.
ເນື່ອງຈາກທາງ ບໍລິສັດ ບໍ່ສາມາດຈັດຫານ້ຳມັນເຊື້ອໄຟໄດ້ຕາມແຜນ ເນື່ອງດ້ວຍອາທິດນີ້ຜູ້ຊົມໃຊ້ເຂົ້າມາໃຊ້ບໍລິການເພີ່ມຂື່ນສູງເກີນຄາດຫມາຍທີ່ຕັ້ງໄວ້ ເປັນສາເຫດຫນຶ່ງທີ່ເຮັດໃຫ້ທາງບໍລິສັດ ບໍ່ສາມາດຈັດຫານ້ຳມັນເພື່ອມາຈຳຫນ່າຍໃຫ້ໄດ້ຕາມແຜນ ຈື່ງຂໍອະໄພຢ່າງສູງ.

ໃນວັນທີ 10 ພຶດສະພາ 2022 ເວລາ 13:00 ປ້ຳນ້ຳມັນເຊື້ອໄຟ ພີທີທີ (ລາວ) ແມ່ນຈະເປີດໃຫ້ບໍລິການເປັນປົກກະຕິ.

ພີທີທີ (ລາວ) ຕ້ອງຂໍອະໄພເປັນຢ່າງສູງ ແລະ ຂໍຂອບໃຈນຳລູກຄ້າ ຄູ່ຄ້າ ທີ່ເຊື້ອຫມັ້ນ ແລະ ໄວ້ວາງໃຈໃຫ້ ພີທີທີ (ລາວ) ຢູ່ຄຽງຄູ່ທ່ານ.

ພີທີທີ (ລາວ) ພ້ອມຮັບຟັງຄຳຄິດເຫັນ ແລະ ພ້ອມທີ່ຈະນຳມາປັບປຸງ ພັດທະນາໃຫ້ຢູ່ຄຽງຄູ່ທ່ານຕະຫລອດໄປ ດ້ວຍຄວາມຮັກແລະເຄົາລົບ.

Discussion about this post