ເປັນຫຍັງປະເທດລາວກຳລັງເຂົ້າສູ່ພາວະ Stagflation? ມື້ນີ້ 10 Story ຈະມາວິເຄາະສູ່ຟັງ
ຖ້າຖາມຄົນທົ່ວໄປວ່າ ບັນຫາທີ່ກັງວົນຫຼາຍທີ່ສຸດຕອນນີ້ ໜື່ງໃນນັ້ນຕ້ອງມີ ບັນຫາເງິນເຟີ້ ໂດຍສະເພາະບັນຫາສິນຄ້າແລະບໍລິການຕ່າງໆທີ່ພ້ອມໃຈກັນຂື້ນລາຄາ ຂື້ນເກືອບວ່າທຸກຢ່າງ ຈົນຫຼາຍຄົນຖາມວ່າ ຍັງເຫຼືອຫຍັງແດ່ທີ່ບໍ່ຂື້ນລາຄາ?
![](https://kkklao.com/wp-content/uploads/2022/05/8-1-1024x682.jpg)
ເຊິ່ງນັບແຕ່ຕົ້ນປີ 2022 ທີ່ຜ່ານມາອັດຕາເງິນເຟີ້ໃນ ສປປ ລາວ ເພີ່ມສູງຂື້ນຢ່າງຕໍ່ເນື່ອງ ແລະ ເພິ່ມໃນລະດັບທີ່ສູງພໍ່ສົມຄວນ ໂດຍຫຼ້າສຸດ, ອັດຕາເງິນເຟີ້ໃນເດຶອນເມສາຢູ່ທີ່ 9.9% ເປັນອັດຕາເງິນເຟີ້ທີ່ສູງສຸດໃນຮອບເກືອບ 14 ປີ
ມາເບິ່ງທາງດ້ານເສດຖະກິດປະເທດລາວ ວິເຄາະຕາມຄວາມເປັນຈີງເລີຍວ່າ ກຳລັງວິກິດຫຼາຍດ້ານ ບໍ່ວ່າຈະເປັນ ບັນຫາເງິນກີບອ່ອນຄ່າສູງສຸດໃນປະຫວັດສາດ ເຊິ່ງພາຍໃນປີດຽວອ່ອນຄ່າໄປແລ້ວ 30% ບັນຫາໜີ້ສິນພາຍໃນແລະຕ່າງປະເທດຂອງລັດຖະບານທີ່ຢູ່ໃນລະດັບທີ່ສູງພໍ່ສົມຄວນ ບັນຫາຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ການແຜ່ລະບາດໂຄວິດ-19
![](https://kkklao.com/wp-content/uploads/2022/05/9.jpg)
ແລະບັນຫາທີ່ກຳລັງປະເຊີນໃນປະຈຸບັນນີ້ເລີຍ ກໍ່ຄື ນໍ້າມັນເຊື້ອໄຟຫຼາຍປໍ້າບໍ່ມີໃຫ້ໃສ່ ຈົນເຮັດໃຫ້ຫຼາຍຄົນຕັ້ງຄຳຖາມວ່າ “ປະເທດລາວມາຮອດຈຸດນີ້ໄດ້ແນວໃດ” ເຊິ່ງບັນຫາເຫຼົ່ານີ້ອາດນຳໄປສູ່ພາວະເສດຖະກິດຖົດຖ້ອຍໄດ້
ຈາກບັນຫາພາວະເສດຖະກິດຕົກຕໍ່າ ບວກກັບບັນຫາສິນຄ້າລາຄາແພງ ທີ່ກ່າວເບື້ອງຕົ້ນ ອາດເຮັດໃຫ້ປະເທດລາວເຂົ້າສູ່ພາວະໃນທາງເສດຖະສາດທີ່ເອີ້ນວ່າ “Stagflation”
![](https://kkklao.com/wp-content/uploads/2022/05/6-1.jpg)
Stagflation ມາຈາກການລວມຄຳວ່າ Stagnation ມີຄວາມໜາຍວ່າເສດຖະກິດຕົກຕໍ່າ ແລະ ຄຳວ່າ Inflation ໜາຍເຖິງພາວະເງິນເຟີ້ ລວມເຂົ້າກັນເອີ້ນວ່າ Stagflation ທີ່ມີຄວາມໜາຍວ່າ ພາວະເສດຖະກິດຕົກຕໍ່າ ແຕ່ລາຄາສິນຄ້າແພງ
![](https://kkklao.com/wp-content/uploads/2022/05/7-1.jpg)
ເຊິ່ງແອັດມິນມີຄວາມກັງວົນຫຼາຍໃນເລື່ອງ Stagflation ຖ້າບັນຫາເຫຼົ່ານີ້ເກີດຂື້ນ
ເນື່ອງຈາກລາຄາອາຫານເຫຼົ່ານີ້ຈະແພງຂື້ນເລີຍ(ຂື້ນລະບໍ່ລົງ) ພາລະຈະໄປຕົກຢູ່ທີ່ຜູ້ບໍລິໂພກ ທີ່ມີລາຍຮັບເທົ່າເກົ່າ ແຕ່ລາຄາສິນຄ້າທ້ອງຕະຫຼາດແພງຂື້ນ ເຮັດໃຫ້ເຮົາຊື້ສິນຄ້າໄດ້ໜ່ອຍລົງ ແລະຖ້າສະຖານະການນີ້ດຳເນີນໄປເລື່ອຍໆ ກິນໄລຍະເວລາດົນ ຜົນຕາມມາ ຄື ປະຊາຊົນຈະບໍ່ມີເງິນເຫຼືອກະເປົ່າ ການໃຊ້ຈ່າຍຢຸດສະຫງັກ ຫົວໜ່ວຍທຸລະກິດເຈັງເພາະແບກຮັບຕົ້ນທຶນບໍ່ໄຫວແລະບໍ່ມີຄົນຊື້ ຜົນສຸດທ້າຍລະບົບເສດຖະກິດກໍ່ຈະພັງໃນທີ່ສຸດ.
ຂໍຂອບໃຈຂ່າວ: 10 STORY ເລື່ອງເລົ່າຂອງ 10
Discussion about this post