ແຈ້ງການເລື່ອງ: ຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ).

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0054 ວັນທີຜະລິດ 29/11/2021 ວັນໝົດອາຍຸ 29/11/2022 ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0055 ວັນທີຜະລິດ 18/11/2021 ວັນໝົດອາຍຸ 18/11/2022, ໄດ້ກວດພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus ເກີນມາດຕະຖານກໍຳນົດ ຊື່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.
ກົມອາຫານ ແລະ ຢາ ຈື່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍ ແລະ ນຳເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ໄດ້ກ່າວໄວ້ຂ້າງເທິງນີ້, ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາພົບເຫັນ ແມ່ນໃຫ້ໄດ້ອາຍັດ, ຢຶດ, ທຳລາຍ ແລະ ປະຕິບັດມາດຕະການ ຕາມລະບຽບການທີ່ໄດ້ກໍານົດໃນລະບຽບກົດໝາຍ.
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືຈັດຕັ້ງປະຕິບັດຕາມທາງຄວນດ້ວຍ.

ທີ່ມາ: ກົມອາຫານ ແລະ ຢາ
Discussion about this post